ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ໄດ້ຮັບຜົນເສຍຫາຍຈາກອັກຄີໄພ

ຕ.ລ. 24, 2023

ຕອນບ່າຍຂອງວັນທີ 20 ຕຸລາ 2023 ຜ່ານມານີ້, ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສາລະວັນ ສົມທົບກັບສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສາລະວັນ ແລະ ອົງການກາແດງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມ ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອເພື່ອແບ່ງເບົາບັນເທົາທຸກ ໃຫ້ແກ່ຜູ້ປະສົບອັກຄີໄພໄຟໄໝ້ເຮືອນຂອງຄອບຄົວ ທ້າວ ພອນ ອາຍຸ 68 ປີ, ທີ່ເຫດການໄຟໄໝ້ເກີດຂຶ້ນ ເວລາ 7:30ໂມງເຊົ້າ ຂອງວັນທີ 17 ຕຸລາ 2023 ທີ່ຜ່ານມາ ຢູ່ທີ່ບ້ານສອງກະລອງ ເມືອງສາລະວັນ ໄດ້ຮັບຄວາມເສຍຫາຍໝົດຫຼັງ ຕີເປັນມູນຄ່າເກືອບ 400 ລ້ານກີບ ຕາມການສັນນິຖານໄຟໄໝ້ເກີດຈາກໄຟຟ້າລັດວົງຈອນ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ; ດັ່ງນັ້ນ, ດ້ວຍຄວາມເປັນຮ່ວງເປັນໄຍຂອງພັກ-ລັດ ອໍານາດການປົກຄອງຂອງແຂວງ ຈຶ່ງໄດ້ນໍາເອົາວັດຖຸສິ່ງຂອງ ປະເພດເຄື່ອງອຸປະໂພກໃຊ້ໃນຄົວເຮືອນຈຳນວນໜຶ່ງ ມູນຄ່າ 4 ລ້ານກີບ ຊ່ວຍເຫຼືອມອບໃຫ້ແດ່ຄອບຄົວຜູ້ປະສົບອັກຄີໄພ ເພື່ອນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ, ພ້ອມດຽວກັນກໍ່ໄດ້ຮັບຟັງການໂອ້ລົມໃຫ້ກຳລັງໃຈໃຫ້ຄອບຄົວຜູ້ປະສົບອັກຄີໄພ ໃຫ້ສູ້ຊົນດຳເນີນຊີວິດເປັນປົກກະຕິ ພ້ອມທັງມີສະຕິເຝົ້າລະວັງກວດເຊັກອຸປະກອນໄຟຟ້າ ເພື່ອບໍ່ໃຫ້ເກີດເຫດການຂຶ້ນອີກ;

 

ພາບ-ຂ່າວ: ດີລຳພົນ ພົມມະຈັນ