(ສພຊ) – ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມສຳມະນາຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025), ການກະກຽມສ້າງແຜນການ 5 ປີ ຄັ້ງທີ X (2026-2030); ວັນທີ 16 ກັນຍາຜ່ານມາ, ທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນການສຶກສາ ແລະ ກິລາ ລວມມູນຄ່າທັງໝົດ 10 ລ້ານກີບ ໄປມອບໃຫ້ນ້ອງນັກຮຽນທີ່ໂຮງຮຽນປະຖົມຈຸດສຸມປ່າກ້ວຍ ເມືອງຈຳພອນ ແລະ ໂຮງຮຽນປະຖົມຄຳປາແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ.
(ກົງທະນູຄຳ ພິພັດເສລີ)