ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນ ຢູ່ເມືອງອາດສະພັງທອງ

ສ.ຫ. 21, 2025

(ສພຊ) – ວັນທີ 14-15 ສິງຫາຜ່ານມາ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງອາດສະພັງທອງ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ສະ ຫວັນນະເຂດ ຊຸດທີ II ໂດຍການຕ້ອນຮັບຂອງທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະບໍລິຫານງານພັກເມືອງ, ອໍານາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເນດຄຳ ສຸດທະລັກ ຮອງເລຂາພັກເມືອງ, ວ່າການເຈົ້າເມືອງ ແລະ ອຳນາດການປົກຄອງແຕ່ລະບ້ານ ໄດ້ລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ບັນດາບ້ານ. ຈາກນັ້ນ, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍອອກເປັນມະຕິ 15 ສະບັບ ໃນນັ້ນມີການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ (ສ້າງໃໝ່ 5 ສະບັບ). ສສຂ ກໍຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ໂດຍໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງແຂວງ ເຊິ່ງອອກເປັນມະຕິ 5 ສະບັບ ຮັບຮອງເອົາຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາທົ່ວແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງແຜນຜັງນະ ຄອນໄກສອນພົມວິຫານ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງແຜນຜັງເມືອງອຸທຸມພອນ; ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8-9 ແລະ ທິດທາງແຜນການເຄື່ອນໄຫວ ຮອດກອງປະຊຸມທ້າຍສະໄໝຂອງ ສພຂ.
ພ້ອມກັນນັ້ນ, ກໍເປີດໂອກາດໃຫ້ການນໍາເມືອງ, ການຈັດຕັ້ງບ້ານ ກໍຄືປະຊາຊົນໃນແຕ່ລະບ້ານ ສະເໜີບັນຫາທີ່ມີຄວາມຂັດຂ້ອງໝອງໃຈ ເປັນຕົ້ນແມ່ນພື້ນຖານໂຄງລ່າງທີ່ເປ່ເພ ເພື່ອໃຫ້ຂັ້ນເທິງພິຈາລະນາແກ້ໄຂ; ການເຄື່ອນໄຫວຄັ້ງນີ້, ຍັງໄດ້ມອບອຸປະກອນການຮຽນໃຫ້ການຈັດຕັ້ງບ້ານ ເພື່ອນຳໄປແຈກຢາຍແກ່ນ້ອງນັກຮຽນຕາມຄວາມເໝາະສົມ ເພື່ອປະກອບສ່ວນຊຸກຍູ້, ສົ່ງເສີມວຽກງານສຶກສາທິການ ແລະ ກິລາຢູ່ຂັ້ນທ້ອງຖິ່ນ.
(ໂຢດນ້ອຍ ວັນທະຍາ)