


ຕອນເຊົ້າຂອງວັນພະຫັດ, ວັນທີ 23 ກຸມພາ 2023, ຢູ່ທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ, ໄດ້ຈັດພິທີພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານສະພາປະຊາຊົນແຂວງ ແລະ ທ່ານ ນ. ທຸມມາ ປັນຍາສິດ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ມີຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານຄະນະພັກສາຂາທະນະຄານທຸລະກິດ, ສະຖາບັນການເງິນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງສາຂາທະນາຄານທຸລະກິດເຂົ້າຮ່ວມ.

ໃນພິທີ, ທ່ານ ເສີມທະວີ ສີຫາຝົນ ຮັກສາການຫົວໜ້າທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຂອງທະນາຄານແຫ່ງ ສປປລາວ ພາກເໜືອແຂວງອຸດົມໄຊ ໃນໄລຍະຜ່ານມາ.



ຫລັງຈາກນັ້ນ, ທ່ານ ຄໍາດີ ວົງລ້ອມ ສະມາຊິກສະພາ ແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະ ທານສະພາປະຊາຊົນແຂວງ ໄດ້ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງ ຊາດ ຊຸດທີ IX ທ່ານໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈໍານວນ 21 ສະບັບ ເປັນຕົ້ນ: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດ ຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການປະຈໍາປີ 2023; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາການແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ແລະ ທ່ານ ນ. ທຸມມາ ປັນຍາສິດ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ເປັັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາຂອງອົງການປົກຄອງແຂວງຈໍານວນ 4 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍ ການ ນໍາໃຊ້ນໍ້າ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຢາປາບສັດຕູພືດ , ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ, ຂໍ້ຕົກລົງ ວ່າດ້ວຍການໂຄສະນາ ເຜີຍແຜ່ນິຕິກຳ ແລະ ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກ ແລະ ອົງການ ອີກຈໍານວນໜຶ່ງ.


ພ້ອມນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ຊື້ແຈງ ກ່ຽວກັບຄໍາສະເໜີ ຂອງປະຊາຊົນ ກ່ຽວກັບການຄຸ້ມຄອງເງິນຕາ, ການປ່ອຍເງິນກູ້ ແລະ ບັນຫາອື່ນໆ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ມີຄໍາເຫັນຊີ້ແຈງ, ຕອບຄຳຂັດຂ້ອງໃຈຕໍ່ປະຊາຊົນ.

ພາບ-ຂ່າວ: ແສງພອນ ອິນນະລົງ.