ພົທ. ສຸວອນ ເລືອງບຸນມີ ເຄື່ອນໄຫວຊຸກຍູ້ ແລະ ເກັບກຳຂໍ້ມູນຢູ່ແຂວງໄຊຍະບູລີ

ກ.ພ. 24, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 19-22 ກຸມພາຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ໄດ້ເຄື່ອນໄຫວຊຸກຍູ້ ແລະ ເກັບກຳຂໍ້ມູນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງ, ແລະ ວຽກງານພັດທະນາຊົນເຜົ່າ-ສາສະໜາ ຢູ່ 2 ຈຸດຂອງແຂວງໄຊຍະບູລີຄື: ບ້ານຫ້ວຍຄູນ ຈຸດສຸມປາກເປັດ ເມືອງຊຽງຮ່ອນ ແລະ ບ້ານຄົກແອກ ເມືອງຫົງສາ; ໂດຍການຕ້ອນຮັບຂອງຄະນະນຳເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ.
ໃນການເຄື່ອນໄຫວ, ໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງອົງການປົກຄອງບ້ານ ແລະ ມີຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຂ້າງ ທີ່ຈະໄດ້ພ້ອມກັນສຸມໃສ່ແກ້ໄຂໃນຕໍ່ໜ້າ; ຈາກນັ້ນ, ກໍພ້ອມກັນແລກປ່ຽນຄຳຄິດຄຳເຫັນ ແລະ ຄຳສະເໜີຕໍ່ການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອນຳໄປພິຈາລະນາ ແລະ ສະເໜີຕໍ່ອົງການທີ່ກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ບັນດາປັດໄຈຕັດສິນໃນການພັດທະນາເສດຖະກິດຢູ່ເຂດຫ່າງໄກສອກຫຼີກ ແລະ ບັນດາຄາດໝາຍໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ເພື່ອແກ້ໄຂບັນດາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ເນັ້ນໜັກໃຫ້ເຂັ້ມງວດໃນການປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ, ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານ 3 ສ້າງ ແລະ 4 ດ້ານ ອັນເປັນຮາກຖານສຳຄັນຂອງການພັດທະນາປະເທດຊາດ; ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວ ເພື່ອພ້ອມກັນເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນເງື່ອນໄຂທີ່ຍັງມີຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນເປັນບ້ານພັດທະນາຢ່າງແທ້ຈິງໃນອະນາຄົດ.
ການເຄື່ອນໄຫວຄັ້ງນີ້, ຍັງໄດ້ນຳເອົາອຸປະກອນການສຶກສາ, ເຂົ້າສານ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນຄົວເຮືອນຈຳນວນໜຶ່ງ ມອບໃຫ້ບ້ານ ແລະ ໂຮງຮຽນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ອັກຄີໄພ ໃນໄລຍະຜ່ານມາ.
ໂອກາດດຽວກັນ, ທ່ານ ພົທ. ສຸວອນ ເລືອງບຸນມີ ຍັງໄດ້ເຂົ້າຮ່ວມມະຫະກຳບຸນຊ້າງແຂວງໄຊຍະບູລີ ຄັ້ງທີ 18 ປະຈຳປີ 2025 ອີກດ້ວຍ.
(ນາງ ອາລິນ ສຸພິມມະປະດິດ)