
ໃນລະຫວ່າງວັນທີ 13 ຫາ 17 ມັງກອນ 2024 ນີ້ທ່ານ ດຣ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4 ແລະ ທ່ານ ໄລພອນ ລິດຕະວົງ ຮອງເລຂາ ພັກເມືອງ ຫົວໜ້າຄະນະສະມາຊິກສະພາ ປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຮຸນ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຮຸນລວມໄດ້ 10 ຈຸດ, 8 ບ້ານຄື: ບ້ານ ນາເງິນ, ບ້ານ ດອນແກ້ວ, ບ້ານ ຕະລຶບ, ບ້ານ ມົກພອດ, ບ້ານ ນໍ້າຕໍາ, ບ້ານ ນາຄໍາ, ບ້ານ ສົມພອນ, ບ້ານ ບວມເລົາ, ສະໂມສອນເມືອງ 2 ຄັ້ງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, ສອງກໍາລັງ ປກຊ-ປກສ, ບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 972 ຄົນ, ຍິງ 314 ຄົນ.


ໃນພິທີ, ໄດ້ຮັບການລາຍງານສະພາບລວມໂດຍຫຍໍ້ຂອງບ້ານ ພ້ອມທັງມີຄໍາຄິດເຫັນ, ຄໍາສະເໜີຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຫລັງຈາກນັ້ນ, ໄດ້ເຜີຍແຜ່ບັນດາມະຕິທີ່ໄດ້ຮັບຮອງ ແລະ ເນື້ອໃນຜົນສໍາເລັດຕ່າງໆ ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃຫ້ຜູ້ມີສິດເລືອກຕັ້ງ ແລະປະຊາຊົນໄດ້ຮັບຟັງ, ເພື່ອໃຫ້ຮັບຮູ້ ແລະເຂົ້າໃຈວ່າ 2 ກອງປະຊຸມດັ່ງກ່າວ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຫຍັງແດ່.


ພ້ອມນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງໄດ້ຊີ້ແຈງກັບທີຕໍ່ກັບບັນດາຂໍ້ສະເໜີ ແລະ ບາງຄໍາສະເໜີເຖິງຂັ້ນສູນກາງ, ແຂວງ ແມ່ນຈະໄດ້ສັງລວມ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ່ໄຂຕາມລະບຽບການ.

ຂ່າວ: ສະພາປະຊາຊົແຂວງ.