ພິທີເປີດປຶ້ມ 50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ລາວ ແລະ ຫວຽດນາມ

ທ.ວ. 2, 2025

(ສພຊ) – ຕອນບ່າຍວັນທີ 1 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີເປີດປຶ້ມ “50 ປີແຫ່ງການພົວພັນລະ ຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ – ການຮ່ວມມືຮອບດ້ານ ແລະ ການພັດທະນາ (1975-2025)” ໂດຍການເຂົ້າຮ່ວມຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍສະຫາຍຜູ້ແທນລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ກ່າວວ່າ: ປຶ້ມຫວັດສາດການພົວພັນລະຫວ່າງສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ເຫຼັ້ມນີ້ ແມ່ນໝາກຜົນລວມແຫ່ງຄວາມພະຍາຍາມອັນໃຫຍ່ຫຼວງຂອງບັນດາການນໍາສະພາແຫ່ງຊາດ, ພະນັກງານ, ພາກສ່ວນຕ່າງໆ ແລະ ນັກຄົ້ນຄວ້າ ຂອງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນລວບລວມການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາເປັນເວລາອັນຍາວນານລະຫວ່າງ ສອງປະເທດ ແຕ່ສະໄໝຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຂອງສອງປະເທດ ເວົ້າລວມ, ກໍຄືສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເວົ້າສະເພາະ ເພື່ອເຮັດໃຫ້ນັກຮຽນຮູ້, ປັນຍາຊົນ ແລະ ປະຊາຊົນສອງປະເທດ ໄດ້ຄົ້ນຄວ້າ, ຮຽນຮູ້ປະຫວັດສາດການພົວພັນອັນດີງາມ ແລະ ມີໜຶ່ງດຽວໃນໂລກ ເຮັດໃຫ້ຄົນຮຸ່ນໃໝ່ຂອງທັງສອງປະເທດ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງການພົວພັນຮ່ວມມື ລາວ-ຫວຽດນາມ ແລະ ສືບຕໍ່ຮັບຜິດຊອບໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງມໍລະດົກອັນລໍ້າຄ່ານີ້ໄວ້ຕະຫຼອດການ.
ຈາກນັ້ນ, ສະຫາຍ ໂຕ ເລິມ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ພ້ອມດ້ວຍສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ສະຫາຍ ນາງ ຫງວຽນ ທິ ແທັງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ໄດ້ພ້ອມກັນກົດປຸ່ມເປີດປຶ້ມຢ່າງເປັນທາງການ.

(ນາງ ອາລິນ ສຸພິມມະປະດິດ)