ຕອນບ່າຍວັນທີ່ 14 ສິງຫາ 2025ນີ້ ຢູ່ທີ່ສະພາປະຊາຊົນແຂວງຫຼວງນໍ້າທາ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປລ ລາວ ຄົບຮອບ 34 ປີ ແລະ ວັນສ້າງຕັ້ງ ສະພາປະຊາຊົນຂັ້ນແຂວງຄົບຮອບ 47ປີ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຫົວໜ້າ, ຮອງຫົວໜ້າ ປກຊ-ປກສ, ບັນດາພະແນກການ, ອົງການທຽບເທົ່າ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ພະນັກງານລັດຖະກອນພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ກໍາມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງ ໄດ້ໃຫ້ກຽດຂື້ນປາຖະກະຖາມູນເຊື້ອລັດຖະທໍາມະນູນ ຍົກໃຫ້ເຫັນເຖິິງຄວາມໝາຍຄວາມສໍາຄັນຂອງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ ( 15 ສິງຫາ 1991-15 ສິງຫາ 2025 ) ລັດຖະທໍາມະນູນໝາຍເຖີງກົດໝາຍ, ຄວາມຍຸຕິທໍາ, ຄວາມຖືກຕ້ອງ ມີຄວາມໝາຍວ່າ ກົດໝາຍຂອງລັດສູງສຸດເປັນພື້ນຖານແຫ່ງການປົກຄອງປະເທດ ຫຼື່ ເວົ້າອີກຢ່າງໜຶ່ງກໍ່ແມ່ນແມ່ແຫ່ງກົດໝາຍທັງປວງ, ເຊິ່ງເປັນການກໍານົດລະບົບການປົກຄອງ, ແນວທາງນະໂຍບາຍເພື່ອຮັບໃຊ້ຜົນປະໂຫຍກຂອງຊົນຊັ້ນປົກຄອງພື້ນຖານແຫ່ງຊາດທີ່ກໍານົດບັນຫາໃຫຍ່, ຫຼັກການໃຫຍ່ກຽ່ວກັບລະລອບການເມືອງ, ເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບຈັດຕັ້ງອໍານາດແຫ່ງລັດ. ພ້ອມດຽວກັນີ້ກໍ່ໄດ້ເຜີຍແຜ່ລັດຖະທໍາມະນູນສະບັບປັບປຸງ ປີ2025 ແລະ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຄົບຮອບ 47 ( 04 ສິງຫາ 1978-04 ສິງຫາ 2025 ) ໂດຍທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໃຫ້ກຽດຂື້ນເຜີຍແຜ່ ແລະ ປາຖະກະຖາ.
ໂດຍ ນາງ ອາເມີງ ວີແຄລູ