ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດແລະ ການຍົກລະດັບຊີວິດການເປັນຢູ່ຂອງລູກຫຼານນັກຮຽນ ຄະນະກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຈຶ່ງໄດ້ຊ່ວຍກັນລະດົມທຶນຊ່ວຍເຫຼືອ ເພື່ອກໍ່ສ້າງຫໍພັກນັກຮຽນ ແລະ ເຮືອນຄົວຫຼັງໃໝ່ ໃຫ້ໂຮງຮຽນມັດທະຍົມສົມບູນເດັກກຳພ້າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

ໃນຕອນບ່າຍຂອງວັນທີ 5 ຕຸລາ 2025 ນີ້, ທີ່ໂຮງຮຽນມັດທະຍົມສົມບູນເດັກກຳພ້າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງຫໍພັກນັກຮຽນ ແລະ ເຮືອນຄົວຫຼັງໃໝ່ ທີ່ເປັນຂອງຂວັນຈາກສະພາແຫ່ງຊາດ ຊຸດທີ IX; ພິທີດັ່ງກ່າວມີ ທ່ານ ວົງສະຫວັນ ເທບພະຈັນປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ດຣ ນາງ ວິພາວັນພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະທີ່ມາຈາກສະພາແຫ່ງຊາດ, ການນຳຂອງແຂວງຫຼວງພະບາງ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.


ໃນພິທີດັ່ງກ່າວ ໄດ້ດຳເນີນພິທີທາງສາສະໜາໂດຍພະສົງ ໄດ້ສູດມົງຄຸນເສົາເອກ ຈາກນັ້ນ ໄດ້ມີການລາຍງານສະພາບລວມຂອງໂຮງຮຽນ ແລະຄວາມເປັນມາຂອງການລະດົມທຶນ ເພື່ອຊ່ວຍເຫຼືອໂຄງການກໍ່ສ້າງດັ່ງກ່າວ; ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ໄດ້ມີຄຳເຫັນວ່າ ໂຄງການກໍ່ສ້າງຫໍພັກນັກຮຽນ ແລະ ເຮືອນຄົວຫຼັງໃໝ່ ໃຫ້ໂຮງຮຽນມັດທະສົມບູນເດັກກຳພ້າຫຼວງພະບາງໃນຄັ້ງນີ້ ຖືເປັນກຽດອັນສູງສົ່ງ ແລະ ເປັນການພິດສູດໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍຢ່າງຈິງຈັງ ຂອງຄອບຄົວການນຳຂັ້ນສູງ ກໍ່ຄືກອງທຶນຊ່ວຍເຫຼືອກສັງຄົມ ສະພາແຫ່ງຊາດ ທີ່ມີຕໍ່ສັງຄົມ ກໍ່ຄືການພັດທະນາຊັບພະຍາກອນມະນຸດ ແລະ ການຍົກລະດັບຊີວິດການເປັນຢູ່ຂອງລູກຫຼານນັກຮຽນ, ເພື່ອສ້າງໂອກາດອັນໃໝ່ໃຫ້ແກ່ຄອບຄົວນັກຮຽນຜູ້ຂາດເຂີນແລະ ຜູ້ຢູ່ຫ່າງໄກສອກຫຼີກ ໄດ້ມີບ່ອນພັກເຊົາທີ່ອົບອຸ່ນ, ປອດໄພ ແລະ ສະດວກສະບາຍ ສິ່ງນີ້ຈະເປັນແຮງຈູງໃຈອັນສຳຄັນໃຫ້ພວກເຂົາ ສືບຕໍ່ເອົາໃຈໃສ່ສຶກສາຮ່ຳຮຽນສຳເລັດຂັ້ນສູງຂຶ້ນ ແລະ ກາຍເປັນພົນລະເມືອງທີ່ດີຂອງປະເທດຊາດໃນອະນາຄົດ; ທ່ານຍັງກ່າວຕື່ມວ່າ ສຳລັບການຕິດຕາມກວດກາ ການກໍ່ສ້າງໂຄງການດັ່ງກ່າວ ອົງການປົກຄອງແຂວງຈະໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອຕິດຕາມກວດກາຂັ້ນຕອນການກໍ່ສ້າງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກການກໍ່ສ້າງ ເພື່ອຍົກສູງຄຸນນະພາບ ແລະ ການຊົມໃຊ້ໃຫ້ຍືນຍົງ, ຍາວນານ ແລະ ເກີດປະໂຫຍດສູງສຸດ ທີ່ປະທານກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດໄດ້ມອບໃຫ້; ໂຄງການກໍ່ສ້າງຫໍພັກນັກຮຽນ ແລະ ເຮືອນຄົວຫຼັງໃໝ່ນີ້ ມີມູນຄ່າການກໍ່ສ້າງ 10,679,000,000 ກີບ ແລະ ຈະສ້າງໃຫ້ສຳເລັດພາຍໃນປີ 2027 ນີ້.

ພາຍຫຼັງສຳເລັດພິທີທາສາສະໜາແລ້ວ ຜູ້ເຂົ້າຮ່ວມໄດ້ພ້ອມກັນຊ້ວນແຮ່–ຊາຍ ແລະ ປູນ ລົງຂຸມເສົາເອກ, ພອ້ມດຽວກັນນີ້ ທ່ານ ດຣ ນາງ ວິພາວັນພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ຍັງໄດ້ມອບເງີນຈຳນວນ 30,000,000 ກີບ ເພື່ອໃຫ້ໂຮງຮຽນນຳໄປໝູນໃຊ້ເຂົ້າໃນການພັດທະນາວຽກງານການຮຽນການສອນ ພອ້ມກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ແຈກຍາຍອາຫານໃຫ້ລູກຫຼານນັກຮຽນຕື່ມອີກ.
ຂ່າວ ແລະ ພາບ: ວິລິຍະ ວັນນະສີ

