ພິທີມອບ-ຮັບເຄື່ອງໃຫ້ປະຊາຊົນບ້ານຫ້ອຍເດື່ອ

​ພ.ຈ. 3, 2025

(ສພຊ) – ວັນທີ 31 ຕຸລາຜ່ານມາ, ສະພາແຫ່ງຊາດ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວນ ທີ່ບ້ານຫ້ອຍເດື່ອ ເມືອງໂພນໂຮງ ແຂວງວຽງຈັນ ປະກອບມີ: ເຄື່ອງກອງນ້ຳ, ເຂົ້າສານ, ເຄື່ອງນຸ່ງຫົ່ມ, ເຄື່ອງບ່ອນນອນ, ນ້ຳດື່ມ, ໝີ່, ປາກະປ໋ອງ, ເຂົ້າໜົມ ແລະ ເງິນສົດຈຳນວນ 110 ລ້ານກີບ ລວມມູນຄ່າທັງໝົດ 300 ລ້ານກີບ, ຕາງໜ້າມອບໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ແລະ ຕາງໜ້າຮັບໂດຍທ່ານ ສີປະເສີດ ນາຍບ້ານໆຫ້ອຍເດື່ອ, ມີທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
(ນາງ ກຸກກິກ ບຸດດາໄຊ)