ພິທີມອບ-ຮັບເຄື່ອງໃຫ້ທະຫານແຂວງບໍ່ແກ້ວ

ພ.ພ. 13, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 12 ພຶດສະພາຜ່ານມາ, ສະພາແຫ່ງຊາດ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 135 ລ້ານກີບ, ຕາງໜ້າມອບໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ແລະ ຕາງໜ້າຮັບໂດຍທ່ານ ພົຈວ. ຂາວມະນິ ສີພອນ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຊິ່ງມີທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້, ເພື່ອຊຸກຍູ້ປະກອບສ່ວນກໍາລັງແຮງສັງລວມໃຫ້ແກ່ພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ ດ້ວຍຄວາມຫ້າວຫານ ເຊິ່ງບັນດາສະຫາຍໄດ້ສຸມເຫື່ອແຮງສະຕິປັນຍາ, ກໍາລັງແຮງກາຍໃຈ ເຮັດໜ້າທີ່ປົກປັກຮັກສາອະທິປະໄຕເຂດນໍ້າແດນດິນດ້ວຍຄວາມອົງອາດກ້າຫານ.
(ນາງ ກຸກກິກ ບຸດດາໄຊ)