![](https://na.gov.la/wp-content/uploads/2022/07/296476456_2084723831715334_3811479524283997000_n.jpeg)
(ສພຊ) ໃນວັນທີ 28 ກໍລະກົດຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະ 45 ວັນ ຊຸດທີ VII ແລະ ຊຸດເຝິກອົບຮົມວຽກພັກ-ພະນັກງານຫລັກສູດ 5 ວັນ ຊຸດທີ IV ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ຄຳໃບ ດຳລັດ ຄະນະປະຈຳພັກ, ຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີສະຫາຍ ນາງ ບຸນມີ ຈູນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກພາຍໃນສະພາແຫ່ງຊາດ, ຄະນະຮັບຜິດຊອບວຽກຊຸດເຝິກອົບຮົມ, ຄູອາຈານຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ນັກເຝິກອົບຮົມເຂົ້າຮ່ວມ.![]()
![](https://na.gov.la/wp-content/uploads/2022/07/296374377_2084723858381998_828725077654601053_n.jpeg)
ໃນພິທີ ໄດ້ຮັບຟັງການຜ່ານບົດສະຫລຸບຜົນສໍາເລັດຂອງການເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະ 45 ວັນ ຊຸດທີ VII; ມອບໃບຢັ້ງຢືນການເຝິກອົບຮົມ ວຽກງານພັກ-ພະນັກງານ ແລະ ໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VII ໃຫ້ແກ່ນັກເຝິກອົບຮົມ ຈໍານວນ 27 ສະຫາຍ ຍິງ 8 ສະຫາຍ.![]()
![](https://na.gov.la/wp-content/uploads/2022/07/296477133_2084723825048668_7174234122812060450_n.jpeg)
ໂອກາດດັ່ງກ່າວ, ສະຫາຍ ຄຳໃບ ດຳລັດ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີດັ່ງກ່າວ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງທີ່ຄູອາຈານ ຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ມີຄວາມຮັບຜິດຊອບສູງໃນການສິດສອນຖ່າຍທອດຄວາມຮູ້ທາງດ້ານທິດສະດີ ແລະ ສົມທຽບໃສ່ພຶດຕິກໍາຕົວຈິງຢ່າງຕັ້ງໜ້າໃນການເຝິກອົບຮົມ 45 ວັນ ຊຸດທີ VII, ການເຝິກອົບຮົມວຽກງານພັກ-ພະນັກງານ ຊຸດທີ IV ທີ່ຄະນະບໍລິຫານງານພັກສະໄໝທີ IV ກໍຄືຄະນະຮັບຜິດຊອບຊຸດເຝິກອົບຮົມໄດ້ໃຫ້ບົດຮຽນທີ່ຈໍາເປັນ ຕໍ່ການຮັບໃຊ້ໜ້າທີ່ການເມືອງຂອງສະມາຊິກພັກ ແລະ ຊົມເຊີຍບັນດາສະຫາຍນັກເຝິກອົບຮົມທັງໝົດ ທີ່ມີຄວາມບຸກບືນສູ້ຊົນ ຈົນໄດ້ຮັບຜົນສໍາເລັດໃນບັ້ນເຝິກອົບຮົມໃນຄັ້ງນີ້. ສະຫາຍໄດ້ຮຽກຮ້ອງໃຫ້ບັນດານັກເຝິກອົບຮົມສືບຕໍ່ຄົ້ນຄວ້າທົບທວນຄືນເລື້ອຍໆ ເພື່ອກໍາແໜ້ນບົດຮຽນທີ່ຄູອາຈານຖ່າຍທອດໃຫ້ ໂດຍສະເພາະແມ່ນທິດສະດີມາກ-ເລນິນ ແລະ ອຸດົມການສັງຄົມນິຍົມ ໃຫ້ຮູ້ຈັກໝູນໃຊ້ບັນດາຫລັກມູນ, ກົດເກນ ແລະ ຄູ່ມາດຕະເກນ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງປະດິດສ້າງ ແລະ ແທດເໝາະ ຕ້ານລັດທິຄໍາພີຕາຍຕົວຮັກສາຄອງເດີມແນວຄິດອັດຕະວິໄສ; ຍຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຕະຫລອດຮອດບົດຮຽນ ແລະ ພຶດຕິກໍາຂອງປະເທດເຮົາ, ຂອງສະພາແຫ່ງຊາດ ທີ່ຖອດຖອນໄດ້ໃນໄລຍະຜ່ານມາໃຫ້ເລິກເຊິ່ງ ບົນພື້ນຖານຄວາມເປັນຈິງ ແລະ ສືບຕໍ່ຍົກສູງຄຸນທາດການເມືອງ ເຝິກຝົນຫລໍ່ຫລອມຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້, ຄວາມສາມາດຢ່າງບໍ່ຢຸດຢັ້ງ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ກ້າຫານຕ້ານປາກົດການຫຍໍ້ທໍ້ໃນແນວຄວາມຄິດ ແລະ ການກະທໍາຂອງຕົນເອງ.
![](https://na.gov.la/wp-content/uploads/2022/07/296617402_2084723798382004_8006928953105244139_n.jpeg)
![](https://na.gov.la/wp-content/uploads/2022/07/296448571_2084723918381992_7145633376503424581_n.jpeg)
![](https://na.gov.la/wp-content/uploads/2022/07/296316197_2084723771715340_1325595501821490512_n.jpeg)
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)