loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີປະກາດສ້າງຕັ້ງຄະນະພັກຮາກຖານສະພາປະຊາຊົນແຂວງສາລະວັນ

ກ.ພ. 10, 2022 | ເຂດ 14 ສາ​ລະ​ວັນ

ໃນຕອນບ່າຍຂອງວັນທີ 9 ກຸມພາ ນີ້ ໜ່ວຍພັກ ສພຂ ໄດ້ຈັດພິທີປະກາດສ້າງຕັ້ງເປັນຄະນະພັກຮາກຖານສະພາປະຊາຊົນແຂວງຂຶ້ນ ທີ່ຫ້ອງປະຊຸມສະໂມສອນແຂວງ; ໂດຍການເຂົ້າຮ່ວມ ຂອງ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂງ ປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.


​        ໃນພິທີ ສະຫາຍ ສາຍສະໝອນ ອິນທິເສນ ເລຂາໜ່ວຍພັກສພຂ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນ ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກ ສະພາປະຊາຊົນແຂວງ ສາລະວັນໃນໄລຍະຜ່ານມາ, ຊຶ່ງໜ່ວຍພັກສະພາປະຊາຊົນແຂວງ ແມ່ນໜ່ວຍພັກໜຶ່ງ ເຊິ່ງຂຶ້ນກັບການນໍາພາຂອງຄະນະບໍລິຫານງານພັກແຂວງ  ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກແຂວງ ແລະຊີ້ນໍາໆພາວຽກງານຂອງສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງສາລະວັນ ປັດຈຸບັນມີສະມາຊິກພັກທັງໝົດ 38 ສະຫາຍ, ຍິງ 17 ສະຫາຍ. ໃນໄລຍະຜ່ານມາໜ່ວຍພັກ ສະພາປະຊາຊົນແຂວງ ມີຜົນງານທີ່ຍາດມາໄດ້ຫຼາຍດ້ານ, ໜ່ວຍພັກສພຂ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານແນວຄິດເປັນ ບັນຫາສໍາຄັນໃນທຸກການເຄື່ອນໄຫວເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດຫຼັກໝັ້ນ ມີຄວາມສາມັກຄີເປັນເອກະພາບ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະ, ຫ້າວຫັນໃນການຊອກຮູ້ຮໍ່າຮຽນ-ບົດຮຽນ ທີ່ກ້າວໜ້າ; ວຽກງານດ້ານວິຊາສະເພາະໄດ້ປະຕິບັດຕາມ 3 ພາລະບົດບາດ ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ແລະ ວຽກງານການເປັນເສນາທິການແກ່ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ໂດຍໄດ້ພິຈາລະນາ ແລະຮັບຮອງເອົານິຕິກໍາ ທີ່ສໍາຄັນຂອງແຂວງ; ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ, ຂອງທ້ອງຖິ່ນ ໃນວາລະດໍາເນີນກອງປະຊຸມຂອງສະພາແຫ່ງຊາດ ແລະສະພາປະຊາຊົນແຂວງ; ຊຸກຍູ້ ແລະ ຕິດຕາມກວດກາວຽກງານຕ່າງໆ ທີ່ສະພາໄດ້ຮັບຮອງເອົາດ້ວຍຫຼາຍຮູບແບບ ແລະ  ວຽກງານອື່ນໆ ກໍໄດ້ຜົນສໍາເລັດຢ່າງຈົບງາມ.

ຈາກນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 10,11,12,13,14,15, 16 17,18,19 /ຄຈພຂ.ສວ, ລົງວັນທີ 25 ມັງກອນ 2022 ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານສພຂ ແລະ ສ້າງຕັ້ງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໃນສພຂ; ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາປະທານກວດກາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໃນ ສພຂ;

#ຄະນະພັກຮາກຖານ ສພຂ ມີ:

1).ສະຫາຍ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ເປັນເລຂາຄະນະພັກຮາກຖານ;

2).ສະຫາຍ ສົມພອນ ແສງສຸລິຈັນ  ເປັນຮອງເລຂາຄະນະພັກຮາກຖານ;

3).ສະຫາຍ ສາຍສະໝອນ ອິນທິເສນ ເປັນຄະນະພັກຮາກຖານ ປະທານກວດກາ;

4).ສະຫາຍ ນາງ ທອງໃບ ໄຊຍະສານ ເປັນຄະນະພັກຮາກຖານ;

5).ສະຫາຍ ສຸກສະຫວັນ ຈັນທິສຸກ ເປັນຄະນະພັກຮາກຖານ;

#ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ສພຂ ມີ:

  • ໜ່ວຍພັກຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ  ສະຫາຍ ສຸກສະຫວັນ ຈັນທິສຸກ ເປັນເລຂາພັກ ແລະ ສະຫາຍ ພັທ ນາງ ທອງເຫຼືອ ໂຄດປັນຍາ ເປັນຮອງເລຂາໜ່ວຍພັກ;
  • ໜ່ວຍພັກຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະຫາຍ ສາຍສະໝອນ ອິນທິເສນ ເປັນເລຂາພັກ ແລະ ສະຫາຍ ນາງ ອາລຸນນີ ອາດວິໄລ ເປັນຮອງເລຂາໜ່ວຍພັກ;
  • ໜ່ວຍພັກຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະຫາຍ ນາງ ທອງໃບ ໄຊຍະສານ ເປັນເລຂາໜ່ວຍພັກ ແລະ ສະຫາຍ ນາງ ເທວາ ສີລາດວງໃຈ ເປັນຮອງເລຂາໜ່ວຍພັກ;
  • ໜ່ວຍພັກຄະນະເລຂາທິການ ສະຫາຍ ສົມພອນ ແສງສຸລິຈັນ  ເປັນເລຂາໜ່ວຍພັກ ແລະ ສະຫາຍ ຈັນທະຄາດ ສີສຸພັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຄົງສະໄໝວົງພັນ ເປັນຄະນະໜ່ວຍພັກ.

ພ້ອມນັ້ນໃນພິທີກໍໄດ້ ຮັບຟັງການໂອ້ລົມ ແລະ ຊີ້ທິດເຍືອງທາງ ຈາກທ່ານ ສີເຮັງ ຫອມສົມບັດຮອງເລຂາພັກແຂວງ ປະທານສພຂ ຕື່ມອີກ.
(ຂ່າວ:ນາງ ຄັດສອນ ຮຸ່ງສະຫວ່າງ, ພາບ: ດີລໍາພົນ ພົມມະຈັນ)