ດັ້ນກີບເມກ
ຜ່ານມາຫາງສຽງສັງຄົມເວົ້າເຖິງພະຍາດອາດຍາສິດ, ພະຍາດປະຊຸມ, ພະຍາດເປັນແຕ່ເວົ້າ (ເວົ້າຫຼາຍເຮັດໜ້ອຍ) ບົດນີ້ຜູ້ຂຽນຢາກແລກປ່ຽນ; ຄວາມຈິງບ່ອນໃດມີປະຊຸມ ແລະ ສໍາມະນາ ມັນກໍດີແທ້ເພາະຈະໄດ້ແລກປ່ຽນຄວາມຮູ້ວິຊາການ-ລະດົມສະໝອງແກ້ໄຂບັນຫາສ່ວນລວມໃຫ້ຊາດ ແຕ່ຜູ້ຂຽນເຂົ້າໃຈວ່າຍັງມີພະນັກງານບາງຄົນມີແນວຄິດຊອກແຊກ ຄືຊອກແຕ່ແນວຫາບ່ອນໄດ້ໄປປະຊຸມ ເຖິງວ່າຈະກ່ຽວຂ້ອງກັບວຽກໂຕເອງໜ້ອຍ ຫຼື ບໍ່ກ່ຽວເລີຍ ຂໍແຕ່ໄດ້ໄປເບ້ຍປະຊຸມ…
ປະເດັນສໍາຄັນຢູ່ບ່ອນໜ້າວຽກຮັບຜິດຊອບພັດອ້າງວ້າງຫວ່າງເປົ່າຄ້າຍຄືກັບວ່າບໍ່ຢາກສິງຢູ່ຫ້ອງການປະຈໍາ ແນວວ່າບໍ່ໄດ້ເບ້ຍປະຊຸມ, ບໍ່ໄດ້ອັດຕາກິນ ຫຼື ລາຍໄດ້ເສີມ (ເບ້ຍປະຊຸມ) ບາງຄົນຍັງເຮີ່ຫຼົງໂຕເອງເຂົ້າໃຈວ່າເພີ່ນຖືກເຊີນຫຼາຍ, ໄດ້ໄປຫຼາຍບ່ອນປະຊຸມ ຄືສິແມ່ນຮູ້ສຶກໂກ້ ແລະ ເກັ່ງ ແຕ່ບາດວຽກຢູ່ຫ້ອງການຕົນເອງເຂົ້າທໍານອງ ຂີ້ແມວເຕັມກະດົ້ງ; ບາງຄົນຫຼົງມົວເມົາໃນການຫຼີ້ນມ່ວນຈົນລືມແກ່ ບາດມາຊວດຄິດໄດ້ອາຍຸກໍຫຼາຍແລ້ວ ເຫື່ອແຮງກໍໝົດ, ເງິນສິເກັບກໍບໍ່ມີ, ເຮືອນສິຢູ່ບໍ່ມີ… ເພາະບາງຄົນເຂົ້າກໍລະນີເມົາຫຼີ້ນລືມແກ່ ບາງຄົນອາຍຸຫຼາຍຕັ້ງໂຕບໍ່ທັນໄດ້ເກີດແນວຄິດຊຸດໂຊມ, ເບິ່ງພະນັກງານນ້ອຍຢ້ານທຸກພັດຕັ້ງໃຈປຸກເຮືອນຊານ ແຕ່ຫັນກັບມາເບິ່ງຕົນເອງພັດທຸກແຕ່ທາງຫຼິ້ນ.
ພະຍາດຕິດເບ້ຍປະຊຸມ ຖ້າວ່າມັນກ່ຽວຂ້ອງໂດຍກົງ ຜູ້ກ່ຽວມີຄວາມຮູ້ແທ້ເຂົ້າຮ່ວມປະຊຸມ-ສໍາມະນາແກ້ໄຂວຽກໄດ້ແທ້ກໍດີຢູ່ດອກ ແຕ່ວ່າຖ້າປະເພດບິນແຊ່ວຫາແຕ່ທາງໄປປະຊຸມ ບໍ່ເອົາໃຈໃສ່ວຽກຢູ່ຫ້ອງການຕົນເອງຮັບຜິດຊອບຈະເອີ້ນວ່າເປັນພະນັກງານຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນໄດ້ແນວໃດ?
ພະຍາດຕິດເບ້ຍປະຊຸມບາງກໍລະນີ ພາໃຫ້ວຽກຢູ່ຫ້ອງການຂາດຄຸນນະພາບ ແລະ ບໍ່ເອົາໃຈໃສ່ ຫຼື ບາງກໍລະນີ ຢູ່ໃນຂັ້ນຄະນະນໍາ-ບົດບາດຊີ້ນໍາ ແຕ່ບໍ່ເອົາໃຈໃສ່ລະເລີຍຕໍ່ໜ້າທີ່ເຮັດໃຫ້ລູກນ້ອງຄິດວ່າຫົວໜ້າຄືບໍ່ທຸ້ມເທໃສ່ໜ້າວຽກຕົນເອງຮັບຜິດຊອບ…