

ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງເປັນການແນະນໍາສ້າງຄວາມເປັນເອກະພາບຕໍ່ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄາລະກອນ ສະພາປະຊາຊົນຂັ້ນແຂວງ ແລະ ວຽກງານການກະກຽມເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.ໃນວັນທີ 26 ພະຈິກ 2025 ນີ້. ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອຄວາມຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ທີ່ຫໍປະຊຸມໃຫຍ່ ແຂວງອັດຕະປື ໂດຍການເປັນປະທານຮ່ວມຂອງ ທ່ານ ສຸບັນ ສະວະບຸດ ປະທານກໍາມາທິການ ວຽກງານສະມາຊິກສະພາແຫ່ງຊາດ ແລະ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື ມີບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ, ເລຂາ-ຮອງເລຂາພັກເມືອງ ແລະ ປະທານ-ຮອງປະທານຄະນະກໍາມະການປົກຄອງຈາກ 5 ເມືອງ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຂະແໜງ ແລະ ວິຊາການ ຂອງສະພາປະຊາຊົນແຂວງ ເຂົ້າຮ່ວມ.ກອງປະຊຸມ ທ່ານ ສຸບັນ ສະວະບຸດ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ເພາະເປັນໄລຍະ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຄື່ອນໄຫວມາຮອດທ້າຍສະໄໝ ຊຶ່ງ ກໍມີດ້ານຕັ້ງໜ້າ ແລະ ກໍຍັງມີບາງດ້ານ ທີ່ພວກເຮົາຈະໄດ້ຮັບການຝຶກອົບຮົມ ເພື່ອໃຫ້ມີ ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງເຖີງທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນອົງການຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຄືສະພາແຫ່ງຊາດ ເປັນ ອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄົາລົບ, ປະຕິບັດລັດ ຖະທຳມະນູນ ແລະ ກົດໝາຍ ຂອງ ບັນດາອົງການລັດ. ສ່ວນສະພາປະຊາຊົນຂັ້ນແຂວງ ກໍເປັນອົງການອໍານາດລັດຂັ້ນ ທ້ອງຖິ່ນ, ປະຕິບັດພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກຳສໍາຄັນທີ່ມີຜົນ ບັງຄັບທົ່ວໄປຂອງທ້ອງຖິ່ນ, ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມ ກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການ ລັດຂັ້ນທ້ອງຖິ່ນ. ພ້ອມກັນນີ້ພວກເຮົາກໍຈະໄດ້ພ້ອມກັນເອົາໃຈໃສ່ໃນການກະກຽມ ການເລືອກຕັ້ງ ໂດຍສະເພາະໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາ ປະຊາຊົນຂັ້ນແຂວງ ໃນຊຸດຕໍ່ໄປ.ຈາກນັ້ນ, ກອງປະຊຸມໄດ້ນໍາສະເໜີບົດຮຽນ ຈໍານວນ 2 ຫົວຂໍ້ ຄື: ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ໂອກາດນີ້ ບັນດາທ່ານຜູ້ເຂົ້າຮ່ວມ ແລກປ່ຽນຄໍາຄິດເຫັນຕໍ່ເອກະສານດັ່ງກ່າວ ແລະ ສົມທຽບໃສ່ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາເພື່ອຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີບາດກ້າວອັນໄໝ່ ມີຄວາມຖືກຕ້ອງສອດຄ່ອງຕາມລັດຖະທໍາມະນູນ ແລະ ກົດໝາຍ. ຕອນທ້າຍຂອງກອງປະຊຸມ ປະທານກໍາມາທິການ ວຽກງານສະມາຊິກສະພາແຫ່ງຊາດ ໄດ້ສະຫຼຸບສັງລວມຄໍາຄິດເຫັນ ພ້ອມທັງສະເໜີບາງເນື້ອໃນຕໍ່ກອງປະຊຸມເປັນຕົ້ນ: ສະເໜີໃຫ້ທຸກພາກສ່ວນເຜີຍແຜ່ເຊື່ອມຊຶມວຽກງານເລືອກຕັ້ງໃຫ້ກວ້າງຂວາງອອກທົ່ວສັງຄົມ, ສະເໜີໃຫ້ຄະນະປະຈຳສະພາປະຊາຊົນແຂວງ ປະສານສົມທົບກັບຄະນະພັກແຂວງ ຄົ້ນຄວ້າແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນຂອງຕົນ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມກົດໝາຍ, ຄໍາແນະນໍາຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄົ້ນຄວ້າໄວ້ແຕ່ຫົວທີ ກ່ຽວກັບເປົ້າໝາຍບຸກຄະລາກອນທີ່ຈະລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດຕໍ່ໄປ ພ້ອມກັນສະໜັບສະໜູນ, ຊ່ວຍເຫຼືອ ຕໍ່ການເຄື່ອນໄຫວການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນເທື່ອລະກ້າວ.
(ວິນັດ ສີສຸລາດ)

