ຝຶກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ

ພ.ພ. 14, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ເພື່ອຍົກລະດັບຄວາມຮູ້ກ່ຽວກັບວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ; ເພື່ອເອກະພາບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ. ສະນັ້ນ, ໃນວັນທີ 12-13 ພຶດສະພາ 2025 ທີ່ແຂວງວຽງຈັນ, ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມຝຶກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໃຫ້ພະນັກງານ-ລັດຖະກອນຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ; ເຂົ້າຮ່ວມມີຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ຫົວໜ້າ ແລະ ຮອງຫົວໜ້າກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ, ປະທານ ແລະ ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ເສດຖະກິດ, ແຜນການ ແລະ ການເງິນ, ຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ລັດຖະກອນວິຊາການຈາກກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ ແລະ ຈາກ 4 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນ, ແຂວງວຽງຈັນ ແລະ ແຂວງໄຊສົມບູນ.
ໃນກອງປະຊຸມຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງບົດຮຽນກ່ຽວກັບການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ (ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ); ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂອງສະພາແຫ່ງຊາດ; ບົດຮຽນການຕິດຕາມກວດກາຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ; ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ແລະ ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ. ນອກຈາກນັ້ນ, ຍັງໄດ້ເຜີຍແຜ່ນິຕິກໍາຂອງສະພາແຫ່ງຊາດ 3 ສະບັບ ຄື: ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ສະບັບເລກທີ 06/ຄປຈ, ລົງວັນທີ 28 ມີນາ 2025; ຄໍາແນະນໍາຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2026-2030 ສະບັບເລກທີ 03/ຄປຈ, ລົງວັນທີ 5 ມັງກອນ 2024 ແລະ ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມ ແລະ ນໍາໄປເຜີຍແຜ່ໃນທ້ອງຖິ່ນຂອງຕົນຕໍ່ໄປ.
ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກມູນນິທິເວດມິນເຕີ (Westminster Foundation for Democracy).
(ກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ)