ຜົນສໍາເລັດກອງປະຊຸມວິສາມັນຂອງຄະນະປະຈຳສະພາແຫ່ງຊາດ

ມ.ກ. 20, 2026

(ສພຊ) – ຕອນແລງວັນທີ 19 ມັງກອນຜ່ານມາ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມວິສາມັນຂອງຄະນະປະຈຳສະພາແຫ່ງຊາດ ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມວິສາມັນຂອງຄະນະປະຈຳສະພາແຫ່ງຊາດ ໄດ້ດໍາເນີນຂຶ້ນໃນຕອນເຊົ້າຂອງວັນເສົາທີ 17 ມັງກອນ 2026 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈຳ, ບັນດາທ່ານກຳມະການຄະນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງປະຊຸມໄດ້ຄົ້ນຄວ້າພິຈາລະນາໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 16 ມັງກອນ 2026 ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ໄປຮັບໜ້ທີ່ໃໝ່, ຄົ້ນຄວ້າພິຈາລະນາຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 168/ນຍ, ລົງວັນທີ 16 ມັງກອນ 2026 ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ແລະ ຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ, ລົງວັນທີ 16 ມັງກອນ 2026 ກ່ຽວກັບການຮັບຮອງເອົາຄໍາສະເໜີພັກການ-ຮັບອຸດໜູນບຳນານຂອງສະມາຊິກລັດຖະບານ; ຜ່ານການຄົ້ນຄວ້າພິຈາລະນາ, ກອງປະຊຸມໄດ້ເຫັນດີເປັນເອກະພາບຕົກລົງຮັບຮອງເອົາດັ່ງນີ້:
1. ຮັບຮອງເອົາການສະໜີຂອງປະທານປະເທດ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
1) ຮັບຮອງເອົາການຍົກຍ້າຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ແຂວງຄໍາມ່ວນ;
2) ຮັບຮອງເອົາການແຕ່ງຕັ້ງທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກຳມະການສູນກາງພັກ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
2. ຮັບຮອງເອົາການສະໜີຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
1) ຍົກຍ້າຍທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ;
2) ຍົກຍ້າຍທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄປຮັບໜ້າທີ່ໃໝ່;
3) ຍົກຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ;
4) ແຕ່ງຕັ້ງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ໄປຮັບໜ້າທີ່ໃໝ່ເປັນປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
5) ແຕ່ງຕັ້ງທ່ານ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
3. ຮັບຮອງເອົາການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພັກການຮັບອຸດໜູນບຳນານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.