ຜົນສຳເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ

ມ.ນ. 24, 2026

(ສພຊ) – ວາລະຕອນເຊົ້າຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຊິ່ງມີເນື້ອໃນດັ່ງນີ້:
I. ການກະກຽມຄວາມພ້ອມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງ ຊຸດທີ V
ເພື່ອຮັບປະກັນເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ, ແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊົນຂັ້ນແຂວງ ທັງຮັບປະກັນເຮັດໃຫ້ການເລືອກຕັ້ງຄັ້ງນີ້ ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພົນລະເມືອງລາວທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ລາຍງານຕໍ່ກົມການເມືອງສູນກາງພັກ ເພື່ອຂໍທິດຊີ້ນໍາໃນການກະກຽມໃຫ້ແກ່ການເລືອກຕັ້ງ ແລະ ກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ວຽກງານການເລືອກຕັ້ງ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ເພື່ອປະຕິບັດຕາມພາລະບົດລາດ ແລະ ຄວາມຮັບຜິດຊອບຂອງຕົນ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິສະບັບເລກທີ 277/ຄປຈ, ລົງວັນທີ 07 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ໂດຍມອບໝາຍໃຫ້ ຄລຊ ຮັບຜິດຊອບຊີ້ນໍາ-ນໍາພາທຸກເຂດເລືອກຕັ້ງ, ສໍານັກງານອົງການ, ກົມກອງໃນທົ່ວປະເທດ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງ ພ້ອມທັງຊີ້ນໍາຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ກະກຽມເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງໃນທົ່ວປະເທດ.
ໂດຍປະຕິບັດຕາມລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປບປຸງປີ 2025, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດໍາລັດສະບັບເລກທີ 311/ປປທ, ລົງວັນທີ 01 ທັນວາ 2025 ວ່າດ້ວຍການປະກາດວັນເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ແລະ ລັດຖະດໍາລັດສະບັບເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນແຕ່ລະເຂດເລືອກຕັ້ງ.
ເພື່ອຈັດຕັ້ງປະຕິບັດລັດຖະດໍາລັດຂອງທ່ານປະທານປະເທດ 2 ສະບັບດັ່ງກ່າວ, ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ອອກນິຕິກໍາຕ່າງໆ ພ້ອມທັງຊີ້ນໍາຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງຢູ່ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ເຊິ່ງໄດ້ສຸມໃສ່ວຽກຕົ້ນຕໍຈໍານວນໜຶ່ງຄື:
1. ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ແກ່ບັນດາທ່ານໃນຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ກະຊວງ-ອົງການ ເພື່ອນໍາເອົາເນື້ອໃນຈິດໃຈ ໄປເຜີຍແຜ່ແນະນໍາໃຫ້ພະນັກງານຫຼັກແຫຼ່ງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ພ້ອມທັງຈັດຕັ້ງເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໄດ້ຢ່າງກວ້າງຂວາງ ແນໃສ່ຮັບປະກັນໃຫ້ການເລືອກຕັ້ງໄດ້ດໍາເນີນໄປຖືກຕ້ອງຕາມກົດໝາຍ, ເສີມຂະຫຍາຍສິດປະຊາທິປະໄຕຂອງຜູ້ມີສິດເລືອກຕັ້ງຢ່າງເຕັມສ່ວນ, ທັງຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດເລືອກຕັ້ງຢ່າງຄົບຖ້ວນ, ລົງຄະແນນສຽງຖືກຕາມກົດໝາຍ, ຮັກສາໄດ້ຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມໂປ່ງໃສ ແລະ ທັນຕາມກໍານົດເວລາ; ເພື່ອຮັບປະກັນໃຫ້ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ເປັນເພດຍິງ ມີຈໍານວນເພີ່ມຂຶ້ນ, ຄລຊ ໄດ້ຈັດຕັ້ງການເຝິກອົບຮົມສະເພາະໃຫ້ຜູ້ສະໝັກເພດຍິງ ກະກຽມຄວາມພ້ອມດ້ານຕ່າງໆ.
2. ຜ່ານການເຜີຍແຜ່, ເຊື່ອມຊຶມ ບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບການເລືອກຕັ້ງ ເຮັດໃຫ້ຜູ້ເຂົ້າຮ່ວມທຸກເປົ້າໝາຍ ຮັບຮູ້ພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນນະ ຄອນຫຼວງ, ແຂວງ; ເຫັນໄດ້ຄວາມໝາຍສໍາຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ, ແຂວງ ຊຸດທີ V; ຮັບຮູ້, ເຂົ້າໃຈ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ນິຕິກໍາອື່ນໆ ໄດ້ສົມຄວນ; ເປັນການເຊີດຊູສະຕິເປັນເຈົ້າຂອງປະເທດຊາດ, ຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ແລະ ຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນຢ່າງໜັກແໜ້ນ, ຍົກລະດັບຄວາມຮັບຮູ້ຂອງປະຊາຊົນລາວບັນດາເຜົ່າ ກ່ຽວກັບການປະຕິບັດສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າການໃນການເລືອກຕັ້ງຄັ້ງນີ້ ເຮັດໃຫ້ການເລືອກຕັ້ງດໍາເນີນໄປຢ່າງຖືກຕ້ອງ ແລະ ບັນລຸໄດ້ຕາມຄາດໝາຍທີ່ກໍານົດໄວ້.
3. ສໍາລັບດ້ານໂຄງປະກອບ ແລະ ບຸກຄະລາກອນຂອງສະມາຊິກສະພາ, ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ມອບໃຫ້ຄະນະພັກ, ກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບຄົ້ນຄວ້າຄັດເລືອກເປົ້າໝາຍທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຊິ່ງໂຄງປະກອບຂອງຜູ້ສະໝັກຮັບເລືອກຕັ້ງໃນຄັ້ງນີ້ ປະກອບມີຕົວແທນຈາກຫຼາຍຂົງເຂດວຽກງານ, ຂະແໜງການ, ລັດວິສາຫະກິດ ແລະ ວິສາຫະກິດພາກເອກະຊົນ ຢູ່ສູນກາງ ແລະ ທ້ອງຖິ່ນ, ປະກອບມີຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ ແລະ ມີໂຄງປະກອບດ້ານເພດ, ເຜົ່າ ໃນອັດຕາສ່ວນທີ່ເໝາະສົມ; ໃນການເລືອກຕັ້ງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງທັງໝົດຈໍານວນ 1,284 ທ່ານ, ໃນນັ້ນ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ຈໍານວນ 243 ທ່ານ, ຍິງ 66 ທ່ານ ແລະ ສສຂ ຊຸດທີ V ຈໍານວນ 1,041 ທ່ານ ເປັນຍິງ 290 ທ່ານ.
4. ວຽກງານໂຄສະນາ, ປຸກລະດົມຂະບວນການ ແມ່ນໄດ້ນໍາໃຊ້ພາຫະນະສື່ມວນຊົນ ເພື່ອໂຄສະນາເຜີຍແຜ່ການກະກຽມ ແລະ ດໍາເນີນການເລືອກຕັ້ງຢ່າງກວ້າງຂວາງ ທັງຜ່ານລະບົບອອນລາຍ, ໜັງສືພິມ, ວິທະຍຸ ແລະ ໂທລະພາບ ເພື່ອເຮັດໃຫ້ພົນລະເມືອງລາວທຸກຄົນ ແລະ ຊາວຕ່າງປະເທດ ຮັບຮູ້-ເຂົ້າໃຈກ່ຽວກັບການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້; ໄປຄຽງຄູ່ກັບການໂຄສະນາ, ໄດ້ມີການຊຸກຍູ້ຂະບວນການດ້ານຕ່າງໆ ເປັນຕົ້ນ ຊຸກຍູ້ການຜະລິດກະສິກໍາ, ການກໍ່ສ້າງຮາກຖານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະກອບສ່ວນໃນຂະບວນການຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ, ສາມາດປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການກະກຽມ ແລະ ດໍາເນີນການເລືອກຕັ້ງຢ່າງເປັນເຈົ້າການ.
5. ຄະນະກໍາມະການເລືອກຕັ້ງລະດັບຊາດ ຍັງໄດ້ຊີ້ນໍາ, ຊຸກຍູ້ຄະນະກໍາມະການເລືອກຕັ້ງທຸກຂັ້ນ ກະກຽມເງື່ອນໄຂ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງ ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນ ອຸປະກອນຮັບໃຊ້, ງົບປະມານ, ການສະໜອງຂໍ້ມູນຂ່າວສານ ແລະ ດ້ານອື່ນໆທີ່ຈໍາເປັນ.
6. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ແບ່ງອອກເປັນ 18 ເຂດເລືອກຕັ້ງ, ມີໜ່ວຍປ່ອນບັດເລືອກຕັ້ງທົ່ວປະເທດທັງໝົດ 8,351 ໜ່ວຍ, ທົ່ວປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດຈໍານວນ 4,764,384 ທ່ານ, ຍິງ 2,384,104 ທ່ານ ແລະ ມີຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງຈໍານວນ 4,620,353 ທ່ານ, ເທົ່າກັບ 96.97% ຂອງຈໍານວນຜູ້ມີສິດເລືອກຕັ້ງ ໃນນີ້, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ມີຈໍານວນ 23,378 ທ່ານ, ຍິງ 7,782 ທ່ານ; ຜ່ານການເລືອກຕັ້ງໃນວັນທີ 22 ກຸມພາ 2026 ສາມາດເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນທັງໝົດ 175 ທ່ານ, ຍິງ 52 ທ່ານ (ກວມເອົາ 29.71 %).
ເຖິງຢ່າງໃດກໍຕາມ, ຖ້າອີງໃສ່ກົດໝາຍ, ການຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດແລ້ວ ຍັງມີວຽກງານຈໍານວນໜຶ່ງເຮັດບໍ່ທັນໄດ້ດີ; ດັ່ງນັ້ນ, ເພື່ອເປັນບົດຮຽນໃຫ້ແກ່ການເລືອກຕັ້ງ ຄັ້ງຕໍ່ໄປ ຈະຕ້ອງໄດ້ເອົາໃຈໃສ່ບາງດ້ານດັ່ງນີ້:
1. ການເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດຂອງອົງຄະນະພັກແຕ່ລະຂັ້ນ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຢ່າງກວ້າງຂວາງ ເປັນປັດໄຈໜຶ່ງທີ່ສໍາຄັນ ມີລັກສະນະຕັດສິນຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເນື່ອງຈາກວ່າການເລືອກຕັ້ງຄັ້ງນີ້ ໄດ້ມີການນໍາຂັ້ນສູງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ລົງສະໝັກຮັບເລືອກຕັ້ງເປັນຈໍານວນຫຼາຍ, ເປັນການຍົກສູງບົດບາດຂອງອົງການນິຕິບັນຍັດ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໄດ້ຢ່າງຄົບຖ້ວນ;
2. ຖືສໍາຄັນວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ໃນການຊີ້ນໍາ-ນໍາພາຢ່າງແທດເຖິງ ເພື່ອບັນລຸຜົນສໍາເລັດຕາມລະດັບຄາດໝາຍ;
3. ການຄັດເລືອກເປົ້າໝາຍອອກສະໝັກເລືອກຕັ້ງໃນຕໍ່ໜ້າ ຄວນມີເວລາ ແລະ ສ້າງເງື່ອນໄຂໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ຄົ້ນຄວ້າ, ຄັດເລືອກເປົ້າໝາຍໃຫ້ສອດຄ່ອງຕາມມາດຕະຖານ, ເງື່ອນໄຂທີ່ກໍານົດໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອໃຫ້ເປົ້າໝາຍທີ່ຖືກເລືອກຕັ້ງ ຮັບປະກັນດ້ານໂຄງປະກອບຮຸ່ນອາຍຸ, ເພດ, ເຜົ່າ, ຂົງເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ບັນລຸຕາມຄາດໝາຍທີ່ກໍານົດໄວ້;
4. ການເກັບກັບຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ຕ້ອງມີຄວາມລະອຽດ, ຄົບຖ້ວນ ແລະ ຊັດເຈນກວ່າເກົ່າ, ຄວນມີການປະສານສົມທົບກັບການເກັບກໍາສະຖິຕິພົນລະເມືອງແຫ່ງຊາດ ເພາະການເກັບກໍາຂຶ້ນບັນຊີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເຂດເລືອກຕັ້ງຕ່າງໆໃນຄັ້ງນີ້ ຍັງເອົາຕາມສໍາມະໂນຄົວ, ແຕ່ໃນຕົວຈິງຕົວເລກມີການຄາດເຄື່ອນ;
5. ຖືສໍາຄັນວຽກງານໂຄສະນາ ແລະ ສ້າງຂະບວນການ, ສ້າງໂອກາດໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ລົງພົບປະ, ແລກປ່ຽນຄໍາຄິດຄໍາເຫັນກັບຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຢ່າງກວ້າງຂວາງ ເພື່ອເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ມີຄວາມໝັ້ນໃຈ ແລະ ເລືອກເອົາຜູ້ທີ່ຕົນໄວ້ວາງໃຈ ມາເປັນຕົວແທນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເອົາໃຈໃສ່ໂຄສະນາ, ເຜີຍແຜ່ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການເລືອກຕັ້ງ ໃຫ້ແກ່ຜູ້ມີສິດເລືອກຕັ້ງໃນທົ່ວສັງຄົມ ກ່ອນການເລືອກຕັ້ງຢ່າງກວ້າງຂວາງ;
6. ການຄົ້ນຄວ້າຂຶ້ນແຜນການເພື່ອນໍາໃຊ້ງົບປະມານໃຫ້ແກ່ການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງ ແມ່ນປັດໄຈໜຶ່ງທີ່ສໍາຄັນ ເຊິ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງຕົນ ບັນລຸຕາມຄາດໝາຍ, ທັນຕາມກໍານົດເວລາ ແລະ ການປະສານງານລະຫວ່າງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ທ້ອງຖິ່ນ ຢ່າງກົມກຽວທັນເວລາ ຈະເຮັດໃຫ້ວຽກງານມີຄວາມຄ່ອງຕົວ, ການນໍາໃຊ້ເຄື່ອງມືທີ່ທັນສະໄໝໃນການນັບຄະແນນສຽງ ເປັນການຊ່ວຍໃຫ້ການນັບຄະແນນມີຄວາມວ່ອງໄວ, ຊັດເຈນ ແລະ ໂປ່ງໃສ.
ກ່ຽວກັບຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຄືດັ່ງ ນີ້:
I. ຄຸນລັກສະນະຂອງຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ X ມີດັ່ງນີ້:
1. ຈໍານວນທັງໝົດມີ 175 ທ່ານ, ຍິງ 52 ທ່ານ (ກວມເອົາ 29.71 %): ຜູ້ສະໝັກຈາກສູນກາງຈໍານວນ 51 ທ່ານ, ຍິງ 14 ທ່ານ ໂດຍມີບັນດາທ່ານກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກໍາມະການສົມບູນ ແລະ ສໍາຮອງສູນກາງພັກ ຈໍານວນ 18 ທ່ານ, ຍິງ 03 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ ຈໍານວນ 124 ທ່ານ, ຍິງ 38 ທ່ານ ໃນນີ້ມີບັນດາທ່ານກໍາມະການສູນກາງພັກທີ່ເປັນເລຂາພັກແຂວງ, ນະຄອນຫຼວງ ຈໍານວນ 18 ທ່ານ; ສສຊ ຊຸດທີ IX ສືບຕໍ່ສະໝັກ ໄດ້ຈໍານວນ 32 ທ່ານ, ຍິງ 14 ທ່ານ, ກວມເອົາ 18.2% ຂອງຈໍານວນ ສສຊ ທັງໝົດ; ສສຊ ຜູ້ໃໝ່ ມີຈໍານວນ 143 ທ່ານ ເທົ່າກັບ 81.7% ຂອງຈໍານວນ ສສຊ ທັງໝົດ; ຈາກລັດວິສາຫະກິດ ຈໍານວນ 01 ທ່ານ, ຍິງ 01 ທ່ານ; ຈາກທຸລະກິດພາກເອກະຊົນ ຈໍານວນ 02 ທ່ານ, ຍິງ 01 ທ່ານ.
2. ຊົນເຜົ່າ ແຍກຕາມ 4 ໝວດພາສາຄື: ລາວ-ໄຕ ມີ 148 ທ່ານ, ຍິງ 43 ທ່ານ; ມອນ-ຂະແມ ມີ 19 ທ່ານ, ຍິງ 06 ທ່ານ; ມົ້ງ-ອິ້ວມຽນ ມີ 07 ທ່ານ, ຍິງ 03 ທ່ານ; ຈີນ-ຕີເບດ ມີ 01 ທ່ານ.
3. ອາຍຸກະສຽນ: 45 ປີລົງມາ ມີ 19 ທ່ານ, ຍິງ 06 ທ່ານ; 46-55 ປີ ມີ 91 ທ່ານ, ຍິງ 33 ທ່ານ; 56-60 ປີ ມີ 53 ທ່ານ, ຍິງ 11 ທ່ານ; 61 ປີຂຶ້ນໄປ ມີ 12 ທ່ານ, ຍິງ 02 ທ່ານ.
4. ລະດັບການສຶກສາ: ມັດທະຍົມປາຍ ມີ 175 ທ່ານ, ຍິງ 52 ທ່ານ.
5. ລະດັບວິຊາສະເພາະ: ຊັ້ນສູງ ມີ 09 ທ່ານ, ຍິງ 04 ທ່ານ; ປະລິນຍາຕີ ມີ 30 ທ່ານ, ຍິງ 15 ທ່ານ; ປະລິນຍາໂທ ມີ 106 ທ່ານ, ຍິງ 32 ທ່ານ; ປະລິນຍາເອກ ມີ 30 ທ່ານ, ຍິງ 01 ທ່ານ.
6. ລະດັບທິດສະດີ: 45 ວັນ ມີ 06 ທ່ານ, ຍິງ 03 ທ່ານ; ຂັ້ນກາງ ມີ 06 ທ່ານ, ຍິງ 02 ທ່ານ; ຂັ້ນສູງ ມີ 163 ທ່ານ, ຍິງ 47 ທ່ານ.
II. ຄຸນລັກສະນະຂອງຜູ້ທິ່ໄດ້ຮັບການເລືອກຕັ້ງເປັນ ສສຂ ຊຸດທີ V ມີດັ່ງນີ້:
1. ຈໍານວນທັງໝົດ ມີ 745 ທ່ານ, ຍິງ 211 ທ່ານ (ກວມ 28.32 %): ຈາກພະແນກການຂອງແຂວງ 229 ທ່ານ, ຍິງ 61 ທ່ານ; ຈາກຂັ້ນເມືອງ 496 ທ່ານ, ຍິງ 144 ທ່ານ; ຈາກລັດວິສາຫະກິດ 07 ທ່ານ; ຈາກທຸລະກິດພາກເອກະຊົນ 13 ທ່ານ, ຍິງ 06 ທ່ານ.
2. ຊົນເຜົ່າ ແຍກຕາມ 4 ໝວດພາສາຄື: ລາວ-ໄຕ ມີ 569 ທ່ານ, ຍິງ 166 ທ່ານ; ມອນ-ຂະແມ ມີ 107 ທ່ານ, ຍິງ 31 ທ່ານ; ມົ້ງ-ອິ້ວມຽນ ມີ 44 ທ່ານ, ຍິງ 06 ທ່ານ; ຈີນ-ຕີເບດ ມີ 25 ທ່ານ, ຍິງ 08 ທ່ານ.
3. ອາຍຸກະສຽນ: 45 ປີລົງມາ ມີ 265 ທ່ານ, ຍິງ 116 ທ່ານ; 46-55 ປີ ມີ 430 ທ່ານ, ຍິງ 89 ທ່ານ; 56-60 ປີ ມີ 49 ທ່ານ, ຍິງ 06 ທ່ານ; 61 ປີຂຶ້ນໄປ ມີ 01 ທ່ານ.
4. ລະດັບການສຶກສາ: ມັດທະຍົມຕົ້ນ ມີ 03 ທ່ານ, ຍິງ 01 ທ່ານ; ມັດທະຍົມປາຍ ມີ 742 ທ່ານ, ຍິງ 211 ທ່ານ.
5. ລະດັບວິຊາສະເພາະ: ຊັ້ນຕົ້ນ ມີ 05 ທ່ານ, ຍິງ 02 ທ່ານ; ຊັ້ນກາງ ມີ 21 ທ່ານ, ຍິງ 04 ທ່ານ; ຊັ້ນສູງ ມີ 109 ທ່ານ, ຍິງ 53 ທ່ານ; ປະລິນຍາຕີ ມີ 355 ທ່ານ, ຍິງ 107 ທ່ານ; ປະລິນຍາໂທ ມີ 231 ທ່ານ, ຍິງ 42 ທ່ານ; ປະລິນຍາເອກ ມີ 24 ທ່ານ, ຍິງ 03 ທ່ານ.
6. ລະດັບທິດສະດີ: 45 ວັນ ມີ 15 ທ່ານ, ຍິງ 09 ທ່ານ; ຂັ້ນຕົ້ນ ມີ 35 ທ່ານ, ຍິງ 12 ທ່ານ; ຂັ້ນກາງ ມີ 241 ທ່ານ, ຍິງ 94 ທ່ານ; ຂັ້ນສູງ ມີ 435 ທ່ານ, ຍິງ 92 ທ່ານ; ບໍ່ຜ່ານ ມີ 19 ທ່ານ, ຍິງ 04 ທ່ານ.
ປະຕິບັດຕາມມາດຕາ 8 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງພາຍຫຼັງທີ່ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ຄະນະກໍາມະການເລືອຕັ້ງຂັ້ນແຂວງ ໄດ້ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ມາເຖິງປັດຈຸບັນ ບໍ່ມີຜູ້ສະເໜີຄັດຄ້ານ ຫຼື ສະເໜີປົດຕໍາແໜ່ງ ສສຊ ຊຸດທີ X, ສສຂ ຊຸດທີ V ທີ່ໄດ້ຮັບການເລືອກຕັ້ງຜ່ານມາແຕ່ຢ່າງໃດ ແລະ ຜ່ານການກວດກາຂອງ ຄລຊ ເຫັນວ່າ ສສຊ ຈໍານວນ 175 ທ່ານ, ຍິງ 52 ທ່ານ ແລະ ສສຂ ຈໍານວນ 745 ທ່ານ, ຍິງ 211 ທ່ານ ທີ່ໄດ້ຮັບການເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໃນຄັ້ງວັນທີ 22 ກຸມພາ 2026 ຜ່ານມານັ້ນ ແມ່ນມີຄຸນລັກສະນະຖືກຕ້ອງຕາມມາດຕະຖານທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສາມາດເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຢ່າງຖືກຕ້ອງຕາມທີ່ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ.