ການເຄື່ອນໄຫວວຽກງານການຕ່າງປະເທດ
ປີ 2024 ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ນະຄອນຫຼວງວຽງຈັນ ດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍມີບັນດາປະເທດສະມາຊິກ, ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 27 ປະເທດ, ມີຄະນະຜູ້ແທນເຂົ້າຮ່ວມຫຼາຍກວ່າ 600 ທ່ານ ເຊິ່ງກອງປະຊຸມ ໄດ້ຄົ້ນຄວ້າພິຈາລະນາເນື້ອໃນ ຈໍານວນ 38 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມ ໄດ້ທັງໝົດ 37 ສະບັບ. ນອກຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຍັງໄດ້ພົບປະສອງຝ່າຍກັບບັນດາປະເທດເພື່ອນມິດ, ຍຸດທະສາດ ແລະ ສາກົນ ທັງໝົດຈໍານວນ 39 ຄະນະ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາປະເທດ ບາເຣນ ແລະ ປະເທດ ເຢຍລະມັນ ເຂົ້າເປັນສະມາຊິກລັດຖະສະພາສັງເກດການໄອປາ. ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ເປັນໂອກາດໃນການສົ່ງເສີມນະໂຍບາຍຂອງປະເທດລາວ ທີ່ບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ, ສົ່ງເສີມການຮ່ວມມືກັບບັນດາລັດຖະສະພາສະມາຊິກໄອປາ ແລະ ຄູ່ຮ່ວມມືອື່ນໆ, ເປັນການຍົກສູງບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ;
ສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມພົບປະ ແລະ ແລກປ່ຽນບົດຮຽນ ກັບບັນດາລັດຖະສະພາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ ໄດ້ຈຳນວນ 21 ຄະນະ; ເຂົ້າຮ່ວມກອງປະຊຸມອົງການລັດຖະສະພາພາກພື້ນ ແລະ ສາກົນ ຈໍານວນ 33 ຄັ້ງ; ເປັນເຈົ້າພາບຈັດກອງປະຊຸມລັດຖະສະພາພາກພື້ນ ຢູ່ ສປປລາວ ຈໍານວນ 7 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະສະພາຕ່າງປະເທດ, ຄະນະມິດຕະພາບລັດຖະສະພາ ລວມທັງທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ແຂກຕ່າງປະເທດ ທີ່ເດີນທາງມາຢ້ຽມຢາມພົບປະ ແລະ ເຮັດວຽກ ຢູ່ ສປປລາວ ທັງໝົດຈຳນວນ 47 ຄະນະ; ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ-ສາກົນ ຈໍານວນ 10 ຄັ້ງ.

