ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX

ກ.ພ. 5, 2026

ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ:
ປີ 2024 ສະພາແຫ່ງຊາດ ໄດ້ເຄື່ອນໄຫວຕິດຕາມກວດກາຕາມພາລະບົດບາດທີ່ກົດໝາຍກໍານົດ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ທັງໝົດ 60 ຄັ້ງ ເຊິ່ງມີບັນດາຫົວຂໍ້ທີ່ພົວພັນກັບບັນຫາເຄັ່ງຮ້ອນ ແລະ ສົ່ງຜົນກະທົບຕໍ່ສັງຄົມ ເປັນຕົ້ນ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ດໍາລັດວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ການຜັນຂະຫຍາຍເນື້ອໃນກົດໝາຍ ທີ່ເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ທາດ ແລະ ການຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ, ບັນດາໂຄງການຈຸດສຸມຂອງວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ.
ໃນຕະຫຼອດໄລຍະ 1 ປີຜ່ານມາ ສະພາແຫ່ງຊາດ ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ລວມທັງໝົດຈໍານວນ 861 ເລື່ອງ ເຊິ່ງສາມາດພິຈາລະນາແກ້ໄຂ ໄດ້ຈໍານວນ 301 ເລື່ອງ, ດໍາເນີນກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືຄໍາຮ້ອງຂໍຄວາມເປັນທໍາທີ່ມີຄວາມຫຍຸ້ງຍາກ ໄດ້ຈໍານວນ 19 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ຈຳນວນ 350 ເທື່ອຄັ້ງ; ນອກນັ້ນ, ສະພາແຫ່ງຊາດ ຍັງໄດ້ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ທັງໝົດ 1,603 ສາຍ, ສັງລວມເນື້ອໃນໄດ້ຈໍານວນ 990 ເລື່ອງ ແລະ ໄດ້ສົ່ງໃຫ້ອົງການ ແລະ ພາກສ່ວນກ່ຽວຂ້ອງແລ້ວ ຈໍານວນ 30 ພາກສ່ວນ ເຊິ່ງໄດ້ຮັບແຈ້ງຕອບຈາກພາກສ່ວນກ່ຽວຂ້ອງ 7 ພາກສ່ວນ ມີຈໍານວນ 53 ເລື່ອງ. ຮັບຟັງການຊີ້ແຈງຂອງລັດຖະບານ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສູດ ແລະ ພາກສ່ວນກ່ຽວຂ້ອງ ຢູ່ໃນກອງປະຊຸມສະພາແຫ່ງຊາດ ມີຈໍານວນ 30 ພາກສ່ວນ ກວມເອົາ 114 ຄໍາຊັກຖາມ.