ການປະຕິບັດພາລະບົດບາດດຳດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:
ປີ 2023 ສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:
- ພິຈາລະນາ, ຮັບຮອງເອົາບັນດາຫົວຂໍ້ເນື້ອໃນຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາແຫ່ງຊາດ ໄດ້ທັງໝົດຈຳນວນ 35 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 36 ສະບັບ ໃນນີ້, ວຽກງານສະພາແຫ່ງຊາດ 2 ສະບັບ, ວຽກງານລັດຖະບານ 10 ສະບັບ, ວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 4 ສະບັບ, ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ 2 ສະບັບ, ວຽກງານສ້າງ ແລະ ປັບປຸງກົດໝາຍ 18 ສະບັບ.
– ພິຈາລະນາ, ຮັບຮອງເອົາບັນດາຫົວຂໍ້ເນື້ອໃນຢູ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໄດ້ທັງໝົດຈໍານວນ 159 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ຈໍານວນ 110 ສະບັບ ໃນນີ້, ພົວພັນກັບວຽກງານສະພາແຫ່ງຊາດ 6 ສະບັບ, ວຽກງານລັດຖະບານ 15 ສະບັບ, ວຽກງານສານປະຊາຊົນສູງສຸດ 87 ສະບັບ ແລະ ວຽກງານອົງການກວດສອບແຫ່ງລັດ 2 ສະບັບ.
ນອກນັ້ນ, ຍັງໄດ້ດໍາເນີນການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ແລະ ແນະນໍາການເລືອກຕັ້ງແທນສະມາຊິກສະພາປະຊາຊົນ 3 ແຂວງ ຄື: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ.

