ການປະຕິບັດພາລະບົດບາດດ້ານນິຕິບັນຍັດ:
ປີ 2022 ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາບັນດາກົດໝາຍ ທັງໝົດຈໍານວນ 11 ສະບັບ, ໃນນີ້: ກົດໝາຍສ້າງໃໝ່ 4 ສະບັບ ຄື: 1. ກົດໝາຍວ່າດ້ວຍຍານພາຫະນະທາງບົກ, 2. ກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ, 3. ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່, 4. ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ກົດໝາຍປັບປຸງ 7 ສະບັບ ຄື: 1. ກົດໝາຍວ່າດ້ວຍການສ້າງນິຕິກໍາ, 2. ກົດໝາຍວ່າດ້ວຍລັດຖະບານ, 3. ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, 4. ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ, 5. ກົດໝາຍວ່າດ້ວຍການຄວບຄຸມຢາສູບ, 6. ກົດໝາຍວ່າດ້ວຍໂທລະຄົມມະນາຄົມ, 7. ກົດໝາຍວ່າດ້ວຍມໍຣະດົກແຫ່ງຊາດ.
ໄດ້ຈັດຕັ້ງປະຕິບັດປະເມີນກົດໝາຍ 4 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດ ຄື: 1. ກົດໝາຍວ່າດ້ວຍທີ່ດິນ, 2. ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3. ກົດໝາຍວ່າດ້ວຍຊັບສິນຂອງລັດ, 4. ກົດໝາຍວ່າດ້ວຍແຮ່ທາດ ຢູ່ເປົ້າໝາຍຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ເຊິ່ງມີຜູ້ເຂົ້າຮ່ວມ 850 ເທື່ອຄົນ, ຍິງ 45 ເທື່ອຄົນ.
ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ແລະ ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການຄົ້ນຄວ້າຍົກເວັ້ນບາງມາດຕາຂອງກົດໝາຍ ຢູ່ສູນກາງ ແລະ ທ້ອງຖິ່ນ ເຊິ່ງມີຜູ້ເຂົ້າຮ່ວມ 122 ທ່ານ, ຍິງ 25 ທ່ານ.
ໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປລາວ ເປັນພາຄີ 2 ສະບັບ ຄື: ສົນທິສັນຍາແຮງງານສາກົນ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ, ສົນທິສັນຍາວ່າດ້ວຍຂອບແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ.
ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ໄດ້ທັງໝົດ 1,239 ຈຸດ, ມີຜູ້ເຂົ້າຮ່ວມ 114,204 ເທື່ອຄົນ, ຍິງ 47,260 ເທື່ອຄົນ; ນອກນັ້ນ, ຍັງໄດ້ລະດົມທຶນຊ່ວຍເຫຼືອປະຊາຊົນ ລວມມູນຄ່າທັງໝົດ 1,374,240,756 ກີບ.

