(ສພຊ) – ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມ ກໍຄືກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ທີ່ດຳເນີນມາເປັນປົກກະຕິ, ໃນວັນທີ 14 ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ ຄັ້ງທີ II ປະຈໍາປີ 2024 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງ ຊາດ ແລະ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ສະມາຊິກລັດຖະບານ, ຮອງປະທານກຳມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຕາງໜ້າບັນດາກະ ຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງແມ່ນເພື່ອພ້ອມກັນທົບທວນຄືນການປະຕິບັດຜົນກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ ຄັ້ງທີ I ປີ 2024 ທີ່ຜ່ານມາ, ທັງປຶກສາ ແລະ ແລກປ່ຽນຄຳເຫັນເພື່ອສ້າງຄວາມເປັນເອກະພາບຕໍ່ບັນ ດານະໂຍບາຍຈໍານວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ, ແຜນພັດ ທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ກໍຄືຮັບປະກັນປະສິດທິພາບ ແລະ ປະສິດທິຜົນ; ພ້ອມກັນນັ້ນ, ກໍເພື່ອກວດກາຊຸກຍູ້ການກະກຽມຄວາມພ້ອມບັນດາຮ່າງກົດໝາຍກ່ອນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໃນປີ 2025.
ສໍາລັບເນື້ອໃນທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ບັນຫາທີ່ສໍາຄັນຄື:
1. ຕີລາຄາການປະຕິບັດຜົນຂອງກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ ຄັ້ງຜ່ານມາ, ລວມທັງກົນໄກປະສານງານໃນໄລຍະຜ່ານມາ.
2. ບັນດາຫົວຂໍ້ກົດໝາຍທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນ ແລະ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ການສ້າງ, ປັບປຸງ ແລະ ການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2021-2024 ແລະ ທິດທາງໃນຕໍ່ໜ້າ.
3. ການປຶກສາຫາລືດ້ານຫຼັກການກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ, ການປ່ຽນແປງບາງມາດຕາຂອງກົດໝາຍ.
4. ການປຶກສາຫາລືດ້ານຫຼັກການກ່ຽວກັບນະໂຍບາຍ ແລະ ເງື່ອນໄຂສໍາລັບການກໍ່ສ້າງເສັ້ນທາງ, ນິຄົມອຸດສາຫະກໍາ, ການພັດທະນາແຮ່ທາດ ແລະ ການພັດທະ ນາໂຄງການພະລັງງານໄຟຟ້າ.
ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມເຫັນດີດ້ານຫຼັກການຕໍ່ການຕີລາຄາບັນດາວຽກງານ ເປັນຕົ້ນການພັດທະນາ ແລະ ຄຸ້ມ ຄອງແຮ່ທາດ ແລະ ໂຄງການແຮ່ຫາຍາກ; ແຜນການລົງທຶນຂອງລັດໃນປີ 2025; ການແກ້ໄຂຜົນການກວດສອບຜ່ານມາ, ທິດທາງ ແລະ ມາດຕະການແກ້ໄຂຜົນຂອງການກວດສອບໃນຕໍ່ໜ້າ; ການກະກຽມຮ່າງແຜນງົບປະມານປີ 2025; ມາດຕະການໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ການສົ່ງເສີມການຜະລິດ-ປຸງແຕ່ງພາຍໃນ ແລະ ດັດສົມລາຄານໍ້າມັນເຊື້ອໄຟ ຕາມມະຕິເລກທີ 103/ຄປຈ, ລົງວັນທີ 9 ພຶດສະພາ 2022 ແລະ ມະຕິເລກທີ 168/ຄປຈ, ລົງວັນທີ 6 ມິຖຸນາ 2022; ມາດຕະການໃນການສົ່ງເສີມການຜະລິດພາຍໃນ, ການຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ, ການຈໍາກັດສິນຄ້າຟຸມເຟືອຍ, ສິນຄ້າທີ່ພາຍໃນຜະລິດໄດ້ ແລະ ຄຸຸ້ມຄອງການສົ່ງອອກສິນ ຄ້າ; ການຈັດຕັັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍ ແຜ່ກົດໝາຍ; ຕີລາຄາກົນໄກປະສານງານລະຫວ່າງສະພາແຫ່ງຊາດ ກັບ ລັດຖະ ບານ. ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງຍຸຕິທຳ ເປັນໃຈກາງສົມທົບກັບບັນ ດາກະຊວງ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ສືບຕໍ່ກະກຽມຄວາມພ້ອມບັນດາຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງ ທີ່ຈະນຳເຂົ້າພິຈາລະນາໃນກອງປະ ຊຸມສະໄໝວິສາມັນເທື່ອທີ 2 ແລະ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ດີ, ຮັບປະກັນທາງດ້ານເນື້ອໃນ ແລະ ທັນຕາມກໍານົດເວລາ; ໃຫ້ບັນດາກະ ຊວງ ສືບຕໍ່ສົມທົບກັບກະຊວງຍຸຕິທຳ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງ ຊາດ ຄົ້ນຄວ້າ, ທົບທວນຄືນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສະ ເໜີປັບປຸງມາດຕາທີ່ບໍ່ສອດຄ່ອງກັບສະພາບຕົວຈິງ; ພ້ອມນີ້, ໃຫ້ກະຊວງຍຸຕິທຳ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍໃຫ້ແຂງແຮງກວ່າເກົ່າ ໂດຍນຳໃຊ້ຫຼາຍຮູບແບບ, ຫຼາຍຊ່ອງທາງ ແລະ ຕໍ່ເນື່ອງ, ດ້ານເນື້ອໃນການໂຄສະນາ ກໍໃຫ້ປັບປຸງໃຫ້ກະທັດຮັດ, ຈະແຈ້ງ ແລະ ເຂົ້າໃຈງ່າຍ. ໃຫ້ກະ ຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າກຳນົດ, ປັບປຸງນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ ແລະ ແທດຕົວຈິງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ທີ່ຕິດພັນກັບຂະແໜງການຂອງຕົນ ພ້ອມທັງສ້າງ ແລະ ປັບປຸງກົນໄກການຕິດຕາມຊຸກຍູ້, ການຄຸ້ມຄອງ, ການເກັບລາຍຮັບ, ການອຳນວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ການພັດທະນາດ້ານຄົມມະນາຄົມຂົນສົ່ງ, ນິຄົມອຸດສາຫະກຳ, ການພັດທະນາແຮ່ທາດ ແລະ ໂຄງການພະລັງງານໄຟຟ້າ ສອດຄ່ອງກັບນະໂຍບາຍການພັດທະນາສີຂຽວ, ຍືນຍົງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ. ພ້ອມກັນນີ້, ກອງປະຊຸມໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະນະເລຂາທິການສະພາແຫ່ງຊາດ ສັງລວມເອົາຄຳຄິດຄຳເຫັນ ແລະ ຜົນກອງປະຊຸມໃນຄັ້ງນີ້ ເຂົ້າໃນບົດບັນທຶກກອງປະຊຸມ ເພື່ອເປັນບ່ອນອີງໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານຜົນການແກ້ໄຂຕໍ່ກອງປະ ຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ ຄັ້ງຕໍ່ໄປ ເຊິ່ງຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນບ່ອນອີງທີ່ສໍາຄັນໃຫ້ລັດຖະບານນໍາໄປຈັດຕັ້ງຜັນຂະຫຍາຍຕົວຈິງເປັນອັນລະອຽດ ເພື່ອຈັດຕັ້ງປະຕິບັດແຜນວຽກຈຸດສຸມ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2025 ໃຫ້ມີຜົນສໍາເລັດ ແລະ ມີປະສິດ ທິຜົນເປັນຢ່າງດີ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນດ້ວຍບັນຍາກາດເອົາການເອົາງານ ແລະ ຮັບຜິດ ຊອບສູງ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນ ດ້ວຍຄວາມຈິງໃຈ, ກົງໄປກົງມາ ແລະ ສ້າງຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ນຳເຂົ້າພິຈາລະນາໃນກອງປະຊຸມຄັ້ງນີ້ ໂດຍສະເພາະການປຶກສາຫາລື ແລະ ເປັນເອກະ ພາບວິທີການແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ເຊິ່ງສ່ອງແສງເຖິງຄວາມຮັບຜິດຊອບສູງຂອງສະພາແຫ່ງຊາດ ແລະ ລັດຖະບານ ກໍຄືຄວາມເປັນຫ່ວງເປັນໄຍຕໍ່ປະເທດ ຊາດ ແລະ ປະຊາຊົນ ແນໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີປະສິດທິຜົນ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ນັບມື້ດີຂຶ້ນ.
(ຂ່າວ: ກົມປະຊາສໍາພັນ, ຫສນຍ; ພາບ: ກົມສື່ມວນຊົນ, ສພຊ)