ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ

ມ.ຖ. 26, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 25 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນບ່າຍວັນທີ 24 ແລະ ອັດລົງໃນຕອນບ່າຍຂອງວັນທີ 25 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ ເຊິ່ງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:
ວາລະທີ 1. ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມິຖຸນາ ແລະ ທິດທາງແຜນການປະຈໍາເດືອນກໍລະກົດ 2025 ຂອງລັດຖະບານ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າຢູ່ບັນດາເຂື່ອນ.
ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມິຖຸນາ, ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ຈັດເກັບລາຍຮັບເຂົ້າງົບປະມານໄດ້ 36,540 ຕື້ກີບ ເທົ່າກັບ 54% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 24,572 ຕື້ກີບ ເທົ່າກັບ 34% ຂອງແຜນການປີ, ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຊໍາລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ຕາມແຜນ; ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ໃຫ້ສາມາດທຽວໄປມາໄດ້ສະດວກຂຶ້ນ; ສຸມໃສ່ປັບປຸງສະພາບແວດລ້ອມການທ່ອງທ່ຽວ ເປັນຕົ້ນສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູອາສາສະໝັກ, ດໍາເນີນການສອບເສັງຈົບຊັ້ນ, ກະກຽມສ້າງເງື່ອນໄຂຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍປີນີ້ຢູ່ນະຄອນຫຼວງວຽງຈັນ; ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03/ຄບສພ ແລະ ມະຕິ 05/ສພຊ ເຊິ່ງໄດ້ປະກາດສໍາເລັດແລ້ວ; ເຄື່ອນວຽກງານຕ່າງປະເທດຢ່າງມີພິບໄຫວ ເຊິ່ງໄດ້ຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາພັກ-ລັດ ເປັນຕົ້ນ ທ່ານຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປເຂົ້າຮ່ວມວຽກງານຕາມການເຊື້ອເຊີນ ຢູ່ ສປຈີນ ແລະ ສ.ລັດເຊຍ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກໍລະກົດ, ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ແກ້ໄຂບັນຫາອາວຸດທີ່ນໍາໃຊ້ບໍ່ຖືກຕ້ອງ, ຕິດຕາມສະພາບການເຂົ້າ-ອອກເມືອງຜ່ານບັນດາດ່ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບຂຶ້ນ; ສຸມໃສ່ກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2025 ທີ່ຈະຈັດຂຶ້ນໃນເດືອນກໍລະກົດນີ້ ພ້ອມນີ້, ກໍໃຫ້ກະກຽມດ້ານເນື້ອໃນເພື່ອຜັນຂະຫຍາຍຜົນກອງປະຊຸມສະພາແຫ່ງຊາດ ກໍຄືການກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ແລະ ຜັນຂະຫຍາຍນະໂຍບາຍສຳຄັນຕ່າງໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ; ສຸມໃສ່ກະກຽມສະຫຼຸບຕີລາຄາ 2 ວາລະແຫ່ງຊາດ ໃນທ້າຍປີນີ້; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສຳເລັດ ໃນນີ້, ສຸມໃສ່ຮ່າງດຳລັດວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ທັງການກໍານົດຕໍາແໜ່ງງານ ແລະ ສືບຕໍ່ສັບຊ້ອນຈັດວາງພະນັກງານຂອງບັນດາກະຊວງ, ອົງການ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສໍາເລັດພາຍໃນເດືອນກໍລະກົດ; ປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ, ບັນດາກະຊວງສົມທົບກັບທ້ອງຖິ່ນປັບປຸງຂະແໜງສາຍຕັ້ງຂອງຕົນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ສຳເລັດຕາມແຜນກຳນົດ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ, ສືບຕໍ່ປັບປຸງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນຕົ້ນປີ ແລະ ກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ຕິດຕາມປະເມີນຄວາມສ່ຽງ ແລະ ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຂາດແຄນນ້ຳມັນເຊື້ອໄຟທີ່ອາດເກີດຂຶ້ນໃນຕໍ່ໜ້າ, ກະກຽມການສະໜອງເງິນຕາໃຫ້ແກ່ການນໍາເຂົ້ານໍ້າມັນ; ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກການປັບປຸງໂຄງສ້າງລາຄາໄຟຟ້າ ໂດຍເຮັດເປັນບັນຊີລະອຽດ ໄຈ້ແຍກຈັດລຳດັບຂັ້ນຜູ້ທີ່ໄດ້ຮັບຜົນກະທົບແຕ່ໜ້ອຍຫາຫຼາຍ ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາດັ່ງກ່າວ; ສຸມໃສ່ໃຫ້ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຢູ່ທ້ອງ ຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນ ລວມເຖິງການກະກຽມແຜນຟື້ນຟູຮີບດ່ວນຫຼັງໄພພິບັດ ໂດຍໃຫ້ກະຊວງກ່ຽວຂ້ອງ ສົມທົບກັບແຂວງທີ່ໄດ້ຮັບຜົນກະທົບ ເກັບກຳຂໍ້ມູນຜົນເສຍຫາຍທີ່ຈະຕ້ອງເລັ່ງໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູ; ສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ນຳໃຊ້ໄດ້ເປັນປົກກະຕິໃນໄລຍະລະດູຝົນ ໂດຍຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງທ້ອງຖິ່ນ ພາຍຫຼັງທີ່ໄດ້ມອບວຽກດັ່ງກ່າວໃຫ້ທ້ອງຖິ່ນຮັບຜິດຊອບ ທັງຄົ້ນຄວ້າປັບປຸງກົນໄກຕ່າງໆທີ່ເຫັນວ່າຫຍຸ້ງຍາກ ໃຫ້ວ່ອງໄວຂຶ້ນກວ່າເກົ່າ; ຕິດຕາມ, ເຝົ້າລະວັງ ແລະ ປັບປຸງການບໍລິຫານຈັດການບັນດາອ່າງເກັບນໍ້າຢູ່ແຕ່ລະເຂື່ອນໃຫ້ດີ, ລວມທັງການແຈ້ງເຕືອນໃຫ້ທ້ອງຖິ່ນບ່ອນໂຄງການຕັ້ງຢູ່ ກະກຽມປ້ອງກັນ ແລະ ຮັບມືແກ້ໄຂສະພາບນ້ຳຖ້ວມທີ່ອາດເກີດຂຶ້ນ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະແມ່ນການຜະລິດລະດູຝົນ ໃຫ້ໄດ້ຕາມແຜນ; ສືບຕໍ່ສຸມໃສ່ການເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່ ໄປເປັນຄູສອນຊ່ວຍຢູ່ເຂດຫ່າງໄກສອກຫຼີກທີ່ຂາດແຄນຄູ ເພື່ອໃຫ້ທັນປະຕິບັດໃນໄຕມາດ 3; ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງແຮງງານທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ; ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ກອງປະຊຸມສຸດຍອດປິ່ນອ້ອມ ແລະ ອື່ນໆ; ກະກຽມໃຫ້ແກ່ການນໍາຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດໃນຕໍ່ໜ້າ.
ສ່ວນບັນດາບົດລາຍງານ ເປັນຕົ້ນ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າຢູ່ບັນດາເຂື່ອນ. ກອງປະຊຸມໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມືຕໍ່ສະພາບຄວາມສ່ຽງ ແລະ ທ່າອຽງຕ່າງໆທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2: ພິຈາລະນາຮ່າງນິຕິກໍາ 3 ສະບັບ ໂດຍໄດ້ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ຮ່າງດຳລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເຊິ່ງກອງປະຊຸມໄດ້ຊີ້ນຳໃຫ້ພາກ ສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ; ສຳລັບຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ວິໄສທັດຮອດປີ 2045 ຂອງ ສປປລາວ, ກອງປະຊຸມຊີ້ນໍາໃຫ້ສືບຕໍ່ຄົ້ນຄວ້າ, ຈັດສໍາມະນາ ແລະ ປັບປຸງ ແລ້ວຈຶ່ງສະເໜີລັດຖະບານພິຈາລະນາໃນຂັ້ນຕໍ່ໄປ.
(ກົມປະຊາສຳພັນ, ຫສນຍ)