‎ຜົນກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ

ມ.ສ. 1, 2026

(ສພຊ) – ຕອນແລງວັນທີ 31 ມີນານີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ເຊິ່ງກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 30 ມີນາ ແລະ ອັດລົງໃນຕອນສວາຍວັນທີ 31 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຕ່າງໆເຊັ່ນ: ຮ່າງແຜນດໍາເນີນງານຂອງລັດຖະບານ ຊຸດທີ X (2026-2030); ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X; ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ-ຮອງນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງຊ່ວຍ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ບັນຊີໂຄງການລະດັບຊາດທີ່ເປັນການລົງທຶນຂອງລັດ; ບັນຊີໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ ແລະ ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄືການນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປລາວ.
‎ຜ່ານການພິຈາລະນາບັນດາຫົວຂໍ້ດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບການ ທີ່ໄດ້ປະກາດນໍາໃຊ້ແລ້ວ ທັງແທດເໝາະກັບທ່າແຮງ ແລະ ເງື່ອນໄຂຕົວຈິງຂອງແຕ່ລະຂົງເຂດວຽກງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ, ຈຳກັດໄດ້ຊ່ອງວ່າງການສວຍໂອກາດຕ່າງໆ, ຮັບປະກັນຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງນຳເອົາບັນດາຂໍ້ຄົງຄ້າງຕ່າງໆ ທີ່ໄດ້ຍົກຂຶ້ນໃນກອງປະຊຸມ ໄປຄົ້ນຄວ້າປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບປະທຳຕົວຈິງຢ່າງຈະແຈ້ງ. ສະເພາະການແບ່ງວຽກຂອງນາຍົກ-ຮອງນາຍົກລັດຖະມົນຕີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບຫ້ອງວ່າການສູນກາງພັກ ເພື່ອໃຫ້ລັດຖະບານລາຍງານຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກຕື່ມ; ພ້ອມກັນນີ້, ກອງປະຊຸມໄດ້ມອບໝາຍໃຫ້ສະມາຊິກລັດຖະບານ ກໍຄືບັນດາກະຊວງ ແລະ ອົງການທຽບເທົ່າ ຮີບຮ້ອນລົງສົມທົບບັນດາແຂວງ ຕາມທີ່ໄດ້ແບ່ງຄວາມຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະອຽດ ກ່ຽວກັບກົນໄກເຮັດວຽກຮ່ວມລະຫວ່າງກະຊວງ-ອົງການປົກຄອງທ້ອງຖິ່ນ, ທ້ອງຖິ່ນ ທີ່ຕົນເອງຮັບຜິດຊອບ.
‎ສຳລັບແຜນວຽກຈຸດສຸມ 5 ປີ (2026-2030), ລັດຖະບານ ຊຸດທີ X ຈະຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫຼາຍເຮັດໜ້ອຍ ຫຼື ບໍ່ເຮັດ; ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫຼື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫຼື ເກີດຜົນທີ່ສາມາດຈັບຕ້ອງໄດ້”. ລັດຖະບານ ຈະເປັນເຈົ້າການ ແລະ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ ດັ່ງຄໍາຂວັນທີ່ວ່າ: “ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ”.
ສະເພາະແຜນວຽກຈຸດສຸມຈຳນວນໜຶ່ງຂອງລັດຖະບານ ໃນເດືອນເມສາ 2026 ຈະສຸມໃສ່ປະຕິບັດທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີແກ້ໄຂບັນຫານ້ຳມັນເຊື້ອໄຟໃນໄລຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນຈັດຕັ້ງຜັນຂະຫຍາຍຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ; ໃນໄລຍະວິກິດການລາຄານ້ຳມັນເຊື້ອໄຟ, ມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານກະສິກຳໃຫ້ແທດເຖິງ, ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານພະລາທິການຂອງກອງທັບ; ໃຫ້ສືບຕໍ່ສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ລົດໂດຍສານສາທາລະນະ, ພ້ອມທັງເອົາ ໃຈໃສ່ຄຸ້ມຄອງການນໍາເຂົ້າລົດໄຟຟ້າຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ໄລຍະສະຫຼອງບຸນປີໃໝ່ລາວ, ມອບໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສະຫຼອງບຸນປີໃໝ່ ເປັນໄປຕາມຮີດຄອງປະເພນີ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນນີ້, ເອົາໃຈໃສ່ການຜະລິດສະບຽງອາຫານ, ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ; ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸບັດເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການໂຄສະນາກ່ຽວກັບການສະຫຼອງປີໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບປະເພນີ ໂດຍເນັ້ນໃສ່ການບາສີສູ່ຂວັນປີໃໝ່ ຕາມເງື່ອນໄຂຄວາມສະດວກ, ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ; ສຳລັບພາກລັດ ແມ່ນຫຼີກລ່ຽງການຈັດງານລ້ຽງລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະຢັດ; ພ້ອມທັງຈະເລັ່ງປັບປຸງສ້ອມແປງເສັ້ນທາງຕ່າງໆ ໃຫ້ສຳເລັດກ່ອນລະດູຝົນຈະມາເຖິງ ໂດຍສະເພາະບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ. ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ຕາມທີ່ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະດ້ານນະໂຍບາຍການສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫຼັງຄາ, ແຮງງານສ້ອມແປງເຮືອນປະຊາຊົນ, ນະໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ.
ກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອລົມຊີ້ທິດເຍືອງທາງເນັ້ນໜັກໃຫ້ຄະນະລັດຖະບານ ຊຸດທີ X ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງ ກໍຄືແກ້ໄຂບັນຫາເຄັ່ງຮ້ອນທີ່ເກີດຂຶ້ນໃນສັງຄົມ ໃຫ້ເປັນຮູບປະທຳ.
‎(ກົມປະຊາສໍາພັນ ຫສນຍ)