ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 9 ສືບຕໍ່ໂຄສະນາຫາສຽງ

ກ.ພ. 16, 2026

(ສພຊ) – ເພື່ອເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຢ່າງຄົບຖ້ວນຖືກຕ້ອງຕາມລະບຽບຫຼັກການ ທັງເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງ ແລ້ວໃຊ້ສິດພື້ນຖານຂອງຕົນເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ ແລະ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ທັງໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ; ວັນທີ 11-14 ກຸມພານີ້, ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງຊຽງຂວາງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ຊຸດທີ X ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ກຸ່ມບ້ານຄັງພະນຽນ ແລະ ເທດສະບານເມືອງໜອງແຮດ; ບ້ານນາຍອງ, ບ້ານນາທອງໄຄ້ວຽງ ແລະ ເທດສະບານເມືອງຄຳ; ກຸ່ມຍອດງື່ມ ເມືອງແປກ; ໂຮງຮຽນເຫຼົ່າຮົບບ້ານແປນ ແລະ ເທດສະບານເມືອງພູກູດ ໂດຍການຕ້ອນຮັບຈາກບັນດາເລຂາຄະນະບໍລິຫານພັກກຸ່ມບ້ານ ແລະ ບ້ານ ເຊິ່ງມີຄະນະກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ-ຕຳຫຼວດ ແລະ ຫ້ອງການອ້ອມຂ້າງ, ຄະນະພັກບ້ານ, ຄູ-ອາຈານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ບັນດາຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ໄດ້ຜັດປ່ຽນກັນສະເໜີຕົວ ນັບແຕ່ນ້ຳເບີ 1-10 ຕາມລຳດັບ ແລະ ໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ເຊິ່ງເພດຍິງກວມເອົາ 30%, ມາຈາກສູນກາງ 2 ທ່ານ, ມາຈາກແຂວງ 8 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ທົ່ວແຂວງມີ 432 ໜ່ວຍປ່ອນບັດ, ມີຈໍານວນພົນລະເມືອງ 613,848 ຄົນ ຍິງ 170,177 ຄົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ມີ 172,780 ຄົນ ຍິງ 82,797 ຄົນ.
ເມືອງໜອງແຮດ ມີ 11 ກຸ່ມ, 105 ບ້ານ, 6,767 ຄອບຄົວ, ພົນລະເມືອງ 43,138 ຄົນ ຍິງ 20,292 ຄົນ, ຜູ້ມີສິດເລືອກຕັ້ງ 26,609 ຄົນ ຍິງ 12,496 ຄົນ ແລະ ມີ 62 ໜ່ວຍປ່ອນບັດເລືອກຕັ້ງ; ເມືອງຄຳ ມີພົນລະເມືອງ 56,436 ຄົນ ຍິງ 27,017 ຄົນ, ຜູ້ມີສິດເລືອກຕັ້ງ 29,410 ຄົນ ຍິງ 14,059 ຄົນ ແລະ ມີ 75 ໜ່ວຍປ່ອນບັດເລືອກຕັ້ງ; ເມືອງແປກ ມີພົນລະເມືອງ 105,380 ຄົນ ຍິງ 73,370 ຄົນ, ຜູ້ມີສິດເລືອກຕັ້ງ 63,375 ຄົນ ຍິງ 30,329 ຄົນ ແລະ ມີ 114 ໜ່ວຍປ່ອນບັດເລືອກຕັ້ງ; ເມືອງພູກູດ ມີພົນລະເມືອງ 28,340 ຄົນ ຍິງ 13,917 ຄົນ, ຜູ້ມີສິດເລືອກຕັ້ງ 16,200 ຄົນ ຍິງ 7,950 ຄົນ ແລະ ມີ 26 ໜ່ວຍປ່ອນບັດເລືອກຕັ້ງ.

(ນາງ ອາລິນ ສຸພິມມະປະດິດ)