(ສພຊ) – ໃນລະຫວ່າງວັນທີ 11-13 ກຸມພານີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນຳພາຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ຈໍານວນ 5 ທ່ານ ຍິງ 2 ທ່ານ (ຈາກຈຳນວນຜູ້ສະໝັກທັງໝົດ 14 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໂພນໂຮງ ແລະ ເມືອງທຸລະຄົມ ຊຸດທີ V ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງໂພນໂຮງ: ສະໂມສອນໃຫຍ່ຂອງເມືອງ, ກຸ່ມຈຸດສຸມພັດທະນາຫຼັກ 52 (ວັດບ້ານນາເລົາ), ວິທະຍາຄານກົມມະດຳ ແລະ ຢູ່ເມືອງທຸລະຄົມ: ກອງພັນໃຫຍ່ 497 ແລະ ສະໂມສອນໃຫຍ່ຂອງເມືອງ.
ໃນພິທີ, ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສສຊ ແລະ ສສຂ ເພື່ອເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ທັງເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນໄປປະຕິບັດສິດ, ອຳນາດຂອງປະຊາຊົນບັນດາເຜົ່າ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ພ້ອມດຽວກັນນັ້ນ, ຕາງໜ້າຄະນະ ຍັງໄດ້ຜ່ານຊື່, ປະຫວັດ ແລະ ຂໍ້ມູນສຳຄັນຕ່າງໆ ຂອງຜູ້ສະໝັກທ່ານອື່ນໆ ທີ່ໄດ້ແບ່ງກຸ່ມລົງເຄື່ອນໄຫວໃນແຕ່ລະຈຸດ ເພື່ອຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກ ຢ່າງຄົບຖ້ວນ ແລະ ໂປ່ງໃສ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈໍານວນ 14 ທ່ານ ຍິງ 5 ທ່ານ, ເລືອກເອົາ 10 ທ່ານ; ມີຕົວແທນຈາກເຜົ່າລາວ 11 ທ່ານ, ເຜົ່າກຶມມຸ 1 ທ່ານ, ເຜົ່າມົ້ງ 2 ທ່ານ; ມາຈາກສູນກາງ 5 ທ່ານ ຍິງ 2 ທ່ານ, ມາຈາກແຂວງ 9 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ອາຍຸກະສຽນລະຫວ່າງ 46-55 ປີ ກວມເອົາ 50%, 56-60 ປີ ກວມເອົາ 42.8%, 60 ປີຂຶ້ນໄປ ກວມເອົາ 7.1%; ມີຜູ້ສະໝັກໃໝ່ 11 ທ່ານ ຍິງ 4 ທ່ານ ແລະ ຜູ້ເກົ່າສືບຕໍ່ສະໝັກ 3 ທ່ານ ຍິງ 1 ທ່ານ.
ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໂພນໂຮງ ມີຈຳນວນ 7 ທ່ານ ຍິງ 2 ທ່ານ, ມີຕົວແທນຈາກເຜົ່າລາວ 5 ທ່ານ ຍິງ 1 ທ່ານ, ເຜົ່າກຶມມຸ 1 ທ່ານ ແລະ ເຜົ່າມົ້ງ 1 ທ່ານ; ໃນນັ້ນ, ເລືອກເອົາ 5 ທ່ານ.
ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງທຸລະຄົມ ມີຈຳນວນ 7 ທ່ານ ຍິງ 1 ທ່ານ, ມີຕົວແທນຈາກເຜົ່າລາວ 7 ທ່ານ ຍິງ 1 ທ່ານ; ໃນນັ້ນ, ເລືອກເອົາ 5 ທ່ານ.
ທົ່ວເມືອງໂພນໂຮງ ມີ 68 ໜ່ວຍປ່ອນບັດເລືອກຕັ້ງ ແລະ 12 ຖົງໜ່ວຍເຄື່ອນທີ່ ເຊິ່ງມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ 45,854 ຄົນ ຍິງ 21,874 ຄົນ; ສຳລັບເມືອງທຸລະຄົມ ມີ 65 ໜ່ວຍປ່ອນບັດເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງ 35,153 ຄົນ ຍິງ 16,623 ຄົນ ທີ່ຈະໄດ້ໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນວັນທີ 22 ກຸມພາທີ່ຈະມາເຖິງນີ້.
(ນາງ ສຸພາວັນ ຫອມສະນິດ)

