(ສພຂ)ໃນລະຫວ່າງວັນທີ 2 ຫາ 3 ກຸມພາ 2026 ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ ແຂວງຫລວງນ້ຳທາ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາຝຶກອົມຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX, ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ, ມີບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກ 10 ແຂວງ ຄື: ນະຄອນຫລວງວຽງຈັນ, ຫົວພັນ, ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ໄຊສົມບຸນ, ຫລວງພະບາງ, ແຂວງວຽງຈັນ, ລວມທັງໝົດ 200 ທ່ານ.
ໃນການຝຶກອົມຮົມ ທ່ານ ນາງ ທຸມມາລີ ວົງພະຈັນ ໃຫ້ຮູ້ວ່າກອງປະຊຸມຝຶກອົບຮົມຄັ້ງນີ້ ມີຄວາມໝາຍສໍາຄັນຫລາຍໃນຊີວິດການເມືອງຂອງເພດຍິງ ທີ່ຈະລົງສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທັງເປັນໂອກາດດີໃຫ້ຜູ້ແທນບັນດາແຂວງ ໄດ້ເເລກປ່ຽນຄວາມຮູ້, ປະສົບການຕ່າງໆ ແລະ ພ້ອມກັນເຊື່ອມຊຶມກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍຄືສິດ, ໜ້າທີ່ຂອງສະມາຊິກສະພາແຕ່ລະຂັ້ນ; ເນື້ອໃນສຳຄັນຂອງການເລືອກຕັ້ງ, ເອກະສານທີ່ພົວພັນກັບການເລືອກຕັ້ງ ລວມເຖິງການຍົກລະດັບຄວາມຮູ້ຄວາມເຂົ້າໃຈກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ; ທັກສະການເວົ້າ, ພາສາກາຍ, ມາລະຍາດ, ການນຸ່ງຖື, ທັກສະການໃຫ້ສຳພາດຕໍ່ສື່ມວນຊົນ ແລະ ອື່ນໆ ທີ່ເປັນຄວາມຮູ້ພື້ນຖານຈຳເປັນທີ່ຜູ້ສະໝັກຮັບເລືອກຕັ້ງຕ້ອງໄດ້ຮຽນຮູ້ ເພື່ອກະກຽມຄວາມພ້ອມໃນການເລືອກຕັ້ງ. ພ້ອມດຽວກັນ ຜູ້ແທນກອງປະຊຸມ ຍັງໄດ້ຈັດກຸ່ມຝຶກປະຕິບັດຕົວຈິງເປັນຕົ້ນ; ການສະເໜີຕົວຂອງຜູ້ຮັບສະໝັກເລືອກຕັ້ງ, ວິທີສໍາພາດແກ່ສື່ມວນຊົນ ທັງນີ້ ເພື່ອສ້າງຄວາມຮູ້, ຄວາມໝັ້ນໃຈໃຫ້ແກ່ຜູ້ຮັບສະໝັກເລືອກຕັ້ງ.
ກອງປະຊຸມໄດ້ຮັບຟັງທິດຊີ້ນຳຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່ຽວກັບວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ພ້ອມທັງ ໄດ້ຮຽກຮ້ອງໃຫ້ຜູ້ສະໝັກຮັບເລືອກຕັ້ງ ຈົ່ງສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ຝຶກປະຕິບັດຕົວຈິງ ໃຫ້ສາມາດນຳເອົາບົດຮຽນຈາກກອງປະຊຸມຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການລົງສະໝັກຮັບເລືອກຕັ້ງຂອງແຕ່ລະທ່ານ ເກີດຜົນປະໂຫຍດສູງສຸດ ແນ່ໃສເຮັດໃຫ້ການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ສສຊ ແລະ ສສຂ ເພດຍິງ ໃຫ້ໄດ້ 30% ຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ ວັນນີ ແຝງບົວວັນ
