ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໂຄສະນາຫາສຽງຢູ່ເມືອງພີນ

ກ.ພ. 9, 2026

(ສພຊ) – ວັນທີ 7 ກຸມພາ 2026 ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຊຸດທີ X ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນເເຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງພີນ ຊຸດທີ V ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງພີນ ລວມ 2 ຈຸດຄື: ກຸ່ມບ້ານໄຊສົມບູນ ແລະ ສະໂມສອນເມືອງ ໂດຍມີອຳນາດການປົກຄອງເມືອງ, ພະນັກງານຫຼັກແຫຼ່ງ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 28 ທ່ານ ຍິງ 7 ທ່ານ, ເລືອກເອົາ 21 ທ່ານ ໃນນັ້ນ, ອາຍຸແຕ່ 45 ປີລົງມາ ມີ 6 ທ່ານ ຍິງ 1 ທ່ານ, 46-55 ປີ ມີ 14 ທ່ານ ຍິງ 4 ທ່ານ, 56-60 ປີ ມີ 5 ທ່ານ ຍິງ 1 ທ່ານ, 61 ປີຂຶ້ນໄປ ມີ 3 ທ່ານ ຍິງ 1 ທ່ານ; ເຜົ່າລາວ 27 ທ່ານ ຍິງ 7 ທ່ານ ແລະ ເຜົ່າບຣູ 1 ທ່ານ; ລະດັບວິຊາສະເພາະ ຊັ້ນປະລິນຍາຕີ 4 ທ່ານ ຍິງ 3 ທ່ານ, ປະລິນຍາໂທ 17 ທ່ານ ຍິງ 3 ທ່ານ ແລະ ປະລິນຍາເອກ 7 ທ່ານ ຍິງ 1 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງພິນ ມີຈຳນວນ 7 ທ່ານ, ເລືອກເອົາ 5 ທ່ານ.
ເມືອງພີນ ມີພົນລະເມືອງ 77,380 ຄົນ ຍິງ 38,590 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 44,775 ຄົນ ຍິງ 23,616 ຄົນ, ຜູ້ສາມາດປ່ອນບັດຢູ່ໃນບ້ານຂອງຕົນ (ຕາມສຳມະໂນຄົວ) 399,803 ຄົນ ຍິງ 21,289 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມສຳມະໂນຄົວ) 1,062 ຄົນ ຍິງ 525, ຜູ້ໄປເຮັດວຽກຢູ່ຕ່າງປະເທດ (ຕາມສຳມະໂນຄົວ) 3,910 ຄົນ ຍິງ 1,802 ຄົນ, ທົ່ວເມືອງມີ 55 ໜ່ວຍປ່ອນບັດ.
ພາຍຫຼັງທີ່ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ສະເໜີຕົວສຳເລັດ ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
(ກົງທະນູຄຳ ພິພັດເສລີ)