ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 10 ລົງໂຄສະນາຫາສຽງ

ກ.ພ. 7, 2026

(ສພຊ) – ວັນທີ 6 ກຸມພານີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ສະໂມສອນຂອງແຂວງ ໂດຍການນໍາພາຂອງທ່ານ ລຳໄມ ກູດລາວົງ ຄະນະປະຈຳພັກແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມຮັບຟັງ.
ຈຸດປະສົງກໍເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ ທັງຮັບປະກັນການນຳພາຂອງພັກ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ; ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ຢ່າງຄົບຖ້ວນ, ຖືກຕ້ອງຕາມລະບຽບຫຼັກການ; ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງ ແລ້ວໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ.
ໂຄງປະກອບຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ມີຈໍານວນ 14 ທ່ານ ຍິງ 5 ທ່ານ ເຊິ່ງເພດຍິງກວມເອົາ 35.7%; ມີຕົວແທນຈາກເຜົ່າລາວ 11 ທ່ານ, ເຜົ່າກືມມຸ 1 ທ່ານ, ເຜົ່າມົ້ງ 2 ທ່ານ; ມາຈາກສູນກາງ 5 ທ່ານ ຍິງ 2 ທ່ານ, ມາຈາກແຂວງ 9 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ອາຍຸກະສຽນລະຫວ່າງ 46-55 ປີ ກວມເອົາ 50%, 56-60 ປີ ກວມເອົາ 42.8%, 60 ປີຂຶ້ນໄປ ກວມເອົາ 7.1%; ມີຜູ້ສະໝັກໃໝ່ 11 ທ່ານ ຍິງ 4 ທ່ານ ແລະ ຜູ້ເກົ່າສືບຕໍ່ສະໝັກ 3 ທ່ານ ຍິງ 1 ທ່ານ. ທົ່ວແຂວງວຽງຈັນ ມີ 511 ໜ່ວຍປ່ອນບັດ, ມີຈໍານວນພົນລະເມືອງ 514,471 ຄົນ ຍິງ 246,764 ຄົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ມີ 277,228 ຄົນ ຍິງ 133,114 ຄົນ.
ໃນການໂຄສະນາຫາສຽງ, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ ເຊິ່ງເລີ່ມຈາກຜູ້ສະໝັກນໍ້າເບີ 1-14 ຕາມລໍາດັບ; ຜູ້ສະໝັກຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປຢູ່ໃນສະພາແຫ່ງຊາດ.

(ນາງ ສຸພາວັນ ຫອມສະນິດ)