loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜູ້ປະກອບການ ແລະ ນັກລົງທຶນ ຈະສາມາດເຂົ້າເຖິງ ຂໍ້ມູນທີ່ດິນກະສິກຳຜ່ານລະບົບເອເລັກໂຕຣນິກ

​ພ.ຈ. 26, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 25 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບ (ຮ່າງ) ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ໂດຍຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງດັ່ງກ່າວຄື: 1. ຍັງຂາດນິຕິກຳສະເພາະໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳລະດັບມະຫາພາກ ທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ນັບແຕ່ສູນກາງຮອດທ້ອງ ຖິ່ນ; 2. ການແບ່ງຄວາມຮັບຜິດຊອບຕໍ່ວຽກງານການຄຸ້ມຄອງທີ່ດິນກະສິກຳ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ກັບກະຊວງອື່ນທີ່ກ່ຽວຂ້ອງ ຍັງບໍ່ຂາດຕົວ, ບໍ່ທົ່ວເຖິງ ເຮັດໃຫ້ມີຊ່ອງວ່າງໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນກະສິກຳ ບໍ່ມີປະສິດທິພາບເທົ່າທີ່ຄວນ; 3. ການລົງທຶນໃສ່ຂອງລັດຖະບານ ລວມທັງການຍາດແຍ່ງທຶນ ແລະ ການຊ່ວຍເຫຼືອຈາກພາຍນອກ ມາຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຍັງບໍ່ທັນພຽງພໍ, ມີຂໍ້ຈຳກັດ ສ່ວນໃຫຍ່ເປັນພຽງການປະກອບສ່ວນເທົ່ານັ້ນ, ພະນັກງານວິຊາການທີ່ມີຄວາມຮູ້ສະເພາະດ້ານ ຍັງມີໜ້ອຍ ແລະ ມີຈຳນວນຈຳກັດ; 4. ຂາດງົບປະມານນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນຕໍ່ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຕົ້ນວຽກສໍາຫຼວດ ກຳນົດແບ່ງເຂດປະເພດດິນກະສິກຳໃນລະດັບລະອຽດ (ເມືອງ ແລະ ບ້ານ), ການສ້າງນິຕິກຳ, ການລົງຕິດຕາມກວດກາການນໍາໃຊ້ທີ່ດິນກະສິກຳ, ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນ.
ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລາຍງານໃຫ້ຮູ້ອີກວ່າ ພາຍຫຼັງ (ຮ່າງ) ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ຖືກຮັບຮອງ ແລະ ປະກາດໃຊ້ ຄາດຄະເນວ່າຈະໄດ້ຮັບຜົນດັ່ງນີ້: 1. ໄດ້ຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ອອກເປັນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ; 2. ສາມາດກຳນົດແບ່ງປະເພດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ 4.5 ລ້ານເຮັກຕາ ຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດໃນລະດັບມະຫາພາກ ແລະ ຈຸນລະພາກ ເຊິ່ງເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນ ໄດ້ນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ ແລະ ມີການຄຸ້ມຄອງ, ນໍາໃຊ້ຢ່າງມີປະສິດທິຜົນ; 3. ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະ ເທດ ໂດຍສະເພາະແມ່ນພື້ນທີ່ດິນສໍາລັບການຜະລິດຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ; 4. ສາມາດກຳນົດມາດຕະການ, ກົນໄກ ແລະ ການປະສານງານກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານທີ່ດິນກະສິກຳ ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນດີ; 5. ຜູ້ປະກອບການ ແລະ ນັກລົງທຶນ ສາມາດເຂົ້າເຖິງຂໍ້ມູນທີ່ດິນກະສິກຳຜ່ານລະບົບເອເລັກໂຕຣນິກ; 6. ເປັນບ່ອນອີງໃນການນໍາສະເໜີຕໍ່ຜູ້ໃຫ້ທຶນ ແລະ ນັກລົງທຶນ ທີ່ມີຄວາມສົນໃຈວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນຕໍ່ໜ້າ; 7. ນັກວິຊາການ ແລະ ພື້ນຖານໂຄງລ່າງກະສິກຳ ຈະໄດ້ຮັບການສ້າງ ແລະ ປັບປຸງຍົກລະດັບໃຫ້ມີຄຸນນະພາບຕາມແຜນທີ່ກຳນົດໄວ້.