ຜະລິດສິນຄ້າຢູ່ນິຄົມອຸດສາຫະກໍາ ໃຫ້ເປັນຜະລິດຕະພັນລາວ (Made in Laos)

ມ.ຖ. 20, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ມີນານີ້ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຫຼັງຈາກຮັບຟັງບົດລາຍງານກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດເພື່ອສົ່ງເສີມ ແລະ ດຶງດູດການລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ຈາກທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ; ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ເພື່ອຮັບປະກັນໃຫ້ແກ່ການຊຸກຍູ້ ແລະ ສົ່ງເສີມດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍມີນິຕິກໍາເປັນບ່ອນອີງໃນການຈັດຕັ້ງປະຕິບັດນະໂຍບາຍ ແນໃສ່ການພັດທະນານິຄົມອຸດສາຫະກໍາອໍາມະຕະ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວ ພ້ອມທັງຮັບປະກັນການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍສະເໜີໃຫ້ລັດຖະບານເອົາໃຈໃສ່ດັ່ງນີ້:
– ມີກົນໄກຄຸ້ມຄອງການຈັດເກັບລາຍຮັບຈາກການພັດທະນານິຄົມອຸດສາຫະກໍາ ໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນຄວາມໂປ່ງໃສ ແລະ ສອດຄ່ອງກັບນິຕິກໍາກ່ຽວຂ້ອງ;
– ໃຫ້ຜູ້ລົງທຶນເຂົ້າໃນນິຄົມອຸດສາຫະກໍາອໍາມະຕະ ນໍາທຶນເຂົ້າມາລົງທຶນໃຫ້ບັນລຸຕາມຕົວເລກຄາດໝາຍໃນການດຶງດູດການລົງທຶນ ໃຫ້ໄດ້ 5 ຕື້ໂດລາສະຫະລັດ ໃນໄລຍະ 7 ປີ;
– ໃຫ້ຜູ້ລົງທຶນມີການປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກໍາ ເປັນຕົ້ນອຸດສາຫະກໍາປຸງແຕ່ງຢູ່ພາຍໃນ ດ້ວຍການສ້າງສູນຄົ້ນຄວ້າ ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ເພື່ອຜະລິດສິນຄ້າຢູ່ໃນນິຄົມອຸດສາຫະກໍາ ໃຫ້ເປັນຜະລິດຕະພັນລາວ (Made in Laos) ທີ່ມີມາດຕະຖານທຽບເທົ່າລະດັບສາກົນ;
– ໃຫ້ຜູ້ພັດທະນາ ຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ, ຊົດເຊີຍ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ປະກອບສ່ວນໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ທີ່ນິຄົມອຸດສາຫະກໍາຕັ້ງຢູ່ ລວມທັງໃຫ້ບຸລິມະສິດ ແລະ ນໍາໃຊ້ແຮງງານພາຍໃນ, ຍົກລະດັບ ແລະ ພັດທະນາສີມືແຮງງານໃນການນໍາໃຊ້ເຕັກໂນໂລຊີ ໃຫ້ແກ່ແຮງງານດັ່ງກ່າວ;
– ມີກົນໄກການບໍລິການປະຕູດຽວ ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້;
– ມີການປະສານງານໃນການຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນ ໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ ພ້ອມທັງມີການຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວລົງທຶນຂອງຜູ້ພັດທະນາ ແລະ ຜູ້ລົງທຶນໃນນິຄົມອຸດສາຫະກໍາໃນທຸກໆປີ ແລ້ວສະຫຼຸບລາຍງານຜົນການປະເມີນດັ່ງກ່າວຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ;
– ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນນິຄົມອຸດສາຫະກໍາ ແລະ ເຂດອ້ອມແອ້ມ ໃຫ້ເຂັ້ມງວດ.