(ສພຊ) ໃນວັນທີ 9 ກຸມພາ 2023 ທີ່ສະພາແຫ່ງຊາດ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມປຶກສາຫາລືແຜນການສ້າງ ແລະ ພັດທະນາວິທະຍາກອນຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີຄະນະເລຂາທິການສະພາແຫ່ງຊາດ, ບັນດາທ່ານຄະນະຮັບຜິດຊອບວຽກງານຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານທີ່ເປັນເສນາທິການ ແລະ ບັນດາທ່ານຄະນະສະຖາບັນຄົ້ນຄວ້ານິຕິກຳ, ຄະນະກົມ ແລະ ຄະນະສູນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້, ເພື່ອສ້າງຄວາມເປັນເອກະພາບກັນພາຍໃນຄະນະຊີ້ນໍາລວມການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ກ່ຽວກັບການວາງແຜນ, ການຄັດເລືອກບຸກຄະລາກອນ ເພື່ອສ້າງເປັນວິທະຍາກອນຂອງສະພາແຫ່ງຊາດ ໃຫ້ມີຄວາມຮັບປະກັນດ້ານປະລິມານ ແລະ ຄຸນນະພາບ; ເພື່ອເຮັດໃຫ້ວຽກງານຍົກສູງຂີດຄວາມສາມາດໃຫ້ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ຂອງບັນດາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຕາມທິດທາງແຜນການ, ສອດຄ່ອງກັບໜ້າທີ່ການເມືອງ, ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອເຮັດໃຫ້ບັນດາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ມີທີມງານວິທະຍາກອນເປັນຂອງຕົນເອງ ທີ່ມີຄວາມເຂັ້ມແຂງ ແລະ ສາມາດເຝິກອົບຮົມຫົວຂໍ້ທັກສະຕ່າງໆ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການສະພາແຫ່ງຊາດ.

ກອງປະຊຸມ, ໄດ້ຮັບຟັງການສະເໜີຮ່າງແຜນການສ້າງ ແລະ ພັດທະນາວິທະຍາກອນ ໃນໄລຍະ 2023-2025 ຈາກທ່ານ ສາຍອູ ພູມສາລີ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ; ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳເຫັນຕໍ່ການສະເໜີດັ່ງກ່າວ ຢ່າງສ້າງສັນ ແລະ ກົງໄປກົງມາ.

ໃນຕ້ອນທ້າຍ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ກອງປະຊຸມປຶກສາຫາລືການສ້າງ ແລະ ພັດທະນາວິທະຍາກອນ ຂອງສະພາແຫ່ງຊາດ ໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້ ເຊິ່ງກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເປັນປະໂຫຍດ ແລະ ມີຄວາມເຫັນດີເປັນເອກະພາບໂດຍພື້ນຖານຕໍ່ແຜນການສ້າງ ແລະ ພັດທະນາວິທະຍາກອນ ຂອງສະພາແຫ່ງຊາດ ເຊິ່ງໄດ້ສຸມໃສ່ການກຳນົດເອົາເປົ້າໝາຍສ້າງເປັນວິທະຍາກອນແຕ່ລະປະເພດ ເພື່ອສືບຕໍ່ດໍາເນີນການເຝິກອົບຮົມຂີດຄວາມສາມາດໃຫ້ແກ່ບັນດາວິທະຍາກອນຂອງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນໄລຍະຕໍ່ໜ້າ ໃຫ້ມີປະສິດທິຜົນດີ; ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ສະຖາບັນຄົ້ນຄວ້ານິຕິກຳ ທີ່ເປັນໃຈກາງໃນການກະກຽມເນື້ອໃນ ໃຫ້ແກ່ການດຳເນີນກອງປະຊຸມຄັ້ງນີ້ ແລະ ຕີລາຄາສູງຕໍ່ຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ຂອງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ທີ່ໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ຕໍ່ເນື້ອໃນຂອງກອງປະຊຸມ ເຮັດໃຫ້ກອງປະຊຸມສຳເລັດຕາມຄາດໝາຍທີ່ວາງໄວ້.

(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)