
ໃນຕອນເຊົ້າວັນທີ 31 ສິງຫາ 2022 ທີ່ຫ້ອງປະຊຸມຂອງກໍາມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ທິດທາງແຜນການໃນຕໍ່ໜ້າ ເພື່ອໃຫ້ດໍາເນີນໄປຕາມຈຸດປະສົງ ແລະແຜນການທີ່ວາງໄວ້ ເຮັດໃຫ້ລາຍການມີຫຼາຍຮູບແບບ , ຫຼາຍສີສັນ ແລະ ເພື່ອໃຫ້ລາຍການມີຄຸນນະພາບ ແລະ ເຂົ້າເຖິງປະຊາຊົນຢ່າງແທ້ຈິງ ໃນການຈັດທໍາລາຍການກົດໝາຍເພື່ອປະຊາຊົນ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ທັງເປັນຫົວໜ້າຄະນະຈັດທໍາລາຍການກົດໝາຍເພື່ອປະຊາຊົນ ເຂົ້າຮ່ວມມີ ຄະນະຈັດທໍາລາຍການກົດໝາຍເພື່ອປະຊາຊົນ, ຄະນະຊ່ຽວຊານທີ່ປຶກສາວຽກງານສື່ມວນຊົນ ພ້ອມດ້ວຍກອງເລຂາຈັດທໍາລາຍການກົດໝາຍເພື່ອປະຊາຊົນ.


