ປຶກສາຫາລືກ່ຽວກັບການກຳນົດຫົວໜ່ວຍລາຄາຊົດເຊີຍ ທີ່ຖຶກຜົນກະທົບຈາກໂຄງການພັດທະນາກະສິກຳ ຢູ່ເມືອງສິງ

​ກ.ກ. 15, 2025 | ເຂດ 3 ຫຼວງນ້ຳ​ທາ

ວັນທີ່ 7 ກໍລະກົດ 2025 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການກຳນົດຫົວໜ່ວຍລາຄາຊົດເຊີຍ ທີ່ຖຶກຜົນກະທົບຈາກໂຄງການນພັດທະນາກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວເຂດດ່ານປາງໄຮ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຂົ້າຮ່ວມ ຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ

ກອງປະຊຸມຍັງໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບການລົງທາບທາມ, ພົບປະປະຊາຊົນ ຜູ້ທີ່ຖຶກຜົນກະທົບຈາກໂຄງການພັດທະນາກະສິກຳ, ອຸດສາຫະກຳ, ກາບໍລິການ ແລະ ການທ່ອງທ່ຽວເຂດດ່ານປາງໄຮ       ຢູ່ເມືອງສິງ ແຂວງຫລວງນ້ຳທາ ຂອງບໍລິສັດຈະເລີນຊັບຍິ່ງຈະເລີນ ຈຳກັດ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ປະກອບຄໍາຄິດເຫັນ ດ້ວຍຄວາມຮັບຜິດຊອບສູງ, ກອງປະຊຸມໄດ້ຄົ້ນຄວ້າ ການກຳນົດລາຄາຫົວໜ່ວຍຊົດເຊີຍ ເນື້ອທີ່ດິນປະເພດຕ່າງໆ ແລະ ຜົນລະປູກ ຕາມການສະເໜີຂອງປະຊາຊົນ, ບໍລິສັດເຫັນດີໃນການປັບເພີ່ມລາຄາຫົວໜ່ວຍຊົດເຊີຍຂຶ້ນເປັນຕົ້ນ ເນື້ອທີດິນາ ແລະ ຕົ້ນຢາງພາລາ.

ພ້ອມດຽວກັນ ທ່ານ ຄຳຟອງ ອີນມານີ ໄດ້ມີຄຳເຫັນ ໂຄງການດັ່ງກ່າວ ຖ້າໄດ້ຮັບການຈັດຕັ້ງປະຕິບັດ ຢູ່ເມືອງສິງ ແມ່ນຈະມີໃບໜ້າໃໝ່ເກີດຂຶ້ນ ຈະເຮັດໃຫ້ປະຊາຊົນມີວຽກເຮັດງານທໍາຫລາຍຂຶ້ນ, ໃຫ້ຄະນະຮັບຜິດຊອບໂຄງການລົງທາບທາມປະຊາຊົນຄືນອີກ ເພື່ອເຮັດໃຫ້ການຊົດເຊີຍຂອງປະຊາຊົນຢ່າງເໝາະສົມ ແລະ ພ້ອມທັງຮ່າງຂໍ້ຕົກລົງໃຫ້ມີເນື້ອໃນລະອຽດສົ່ງໃຫ້ສະມາຊິກສະພາປະຊາຊົນແຂວງຄົ້ນຄວ້າປະກອບຄໍາຄິດເຫັນກ່ອນທີ່ຈະນໍາເຂົ້າ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາປະຊາຊົນແຂວງ.