(ສພຊ) – ວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ຕອນເຊົ້າວັນທີ 25 ມິຖຸນາຜ່ານມາ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນສະເໜີຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ແຕ່ປີ 2026-2030 ເພື່ອທາບທາມຄໍາເຫັນ ເຊິ່ງທ່ານໃຫ້ຮູ້ວ່າ: ບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ IX (2021-2025) ເຊິ່ງມີກົດໝາຍ 96 ສະບັບ (ສ້າງໃໝ່ 38 ສະບັບ, ປັບປຸງ 58 ສະບັບ) ສາມາດສ້າງ ແລະ ປັບປຸງກົດໝາຍ 85 ສະບັບ ເທົ່າກັບ 88.54% ຂອງແຜນການ ໃນນັ້ນ, ສ້າງໃໝ່ 23 ສະບັບ, ປັບປຸງ 62 ສະບັບ; ມາຮອດປັດຈຸບັນ ສປປລາວ ມີກົດໝາຍທັງໝົດ 170 ສະບັບ ອັນພົ້ນເດັ່ນໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນ ສະບັບປັບປຸງປີ 2025. ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍຂອງ ສພຊ ຊຸດທີ X ປີ 2026-2030, ຜ່ານການຄົ້ນຄວ້າ, ສັງລວມເບື້ອງຕົ້ນ ຕາມໜັງສືສະເໜີ ແລະ ການຢັ້ງຢືນຄວາມກຽມພ້ອມຂອງບັນດາອົງການທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍ ມີກົດໝາຍ 78 ສະບັບ ໃນນີ້, ສ້າງໃໝ່ 19 ສະບັບ, ປັບປຸງ 59 ສະບັບ ແບ່ງໃສ່ແຕ່ລະຂົງເຂດດັ່ງນີ້: ການປົກຄອງ ແລະ ຍຸຕິທຳ 9 ສະບັບ (ສ້າງໃໝ່ 4 ສະບັບ, ປັບປຸງ 5 ສະບັບ); ເສດຖະກິດ 44 ສະບັບ (ສ້າງໃໝ່ 11 ສະບັບ, ປັບປຸງ 33 ສະບັບ); ວັດທະນະທຳ-ສັງຄົມ 20 ສະບັບ (ສ້າງໃໝ່ 3 ສະບັບ, ປັບປຸງ 17 ສະບັບ); ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ 5 ສະບັບ (ສ້າງໃໝ່ 1 ສະບັບ, ປັບປຸງ 4 ສະບັບ).
ປີ 2026-2030 ຈະສ້າງກົດໝາຍໃໝ່ 19 ສະບັບ
