loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປີໃໝ່ ຄວາມສຸກຫຼາຍຂຶ້ນ ຫຼື ຄວາມທຸກຫຼາຍຂຶ້ນ?

ມ.ກ. 4, 2023 | SlideMobile

ດັ້ນກີບເມກ
ຄວາມສຸກຂອງຄົນ ຖ້າເວົ້າໂດຍລວມໃນຖານະທີ່ເປັນມະນຸດດ້ວຍກັນຄົງຈະແມ່ນສຸຂະພາບດີ, ການເປັນຢູ່ບໍ່ຝືດເຄືອງ-ບໍ່ເປັນໜີ້ ເຖິງຍາມກິນໄດ້ກິນ ເຖິງຍາມນອນໄດ້ນອນ, ບາງປະເທດໃນອາຊີໃຊ້ການວັດດັດຊະນີຄວາມສຸກຂອງປະຊາຊົນ ເພື່ອບົ່ງບອກເຖິງການຂະຫຍາຍຕົວທາງດ້ານເສດຖະກິດເຊັ່ນ: ປະເທດພູຖານໃຊ້ GNH ແທນ GDP ຜູ້ຂຽນຄິດວ່າເຂົາພັດທະນາປະເທດຄົງຈະຮູ້ຊຶ້ງຄໍາວ່າກະຈຸກຈົນກະຈາຍ.
ອີງຕາມການລາຍງານຂອງແຫຼ່ງຂ່າວຕ່າງປະເທດລະບຸວ່າ ຈາກປີ 2012-2017 ດັດຊະນີປະເທດທີ່ມີຄວາມສຸກອັນດັບໜຶ່ງແມ່ນປະເທດເດັ່ນມາກ (Denmark) ແລະ ຕໍ່ຈາກນີ້ສີ່ປີປະເທດທີ່ມີຄວາມສຸກມາຈາກນະໂຍບາຍພັດທະນາປະເທດທີ່ມຸ່ງເອົາໃຈໃສ່ສະພາບຄວາມເປັນຢູ່ຂອງປະຊາຊົນລະດັບວັດທະນະທໍາ-ສັງຄົມ, ສະຫວັດດີການ, ທັດສະນະຄະຕິ (ນະໂຍບາຍ) ກົນໄກຄຸ້ມຄອງມະຫາພາກ… ລ້ວນແຕ່ແມ່ນປັດໄຈສ້າງຊີວິດທີ່ມີຄວາມສຸກຂອງປະເທດເຫຼົ່ານັ້ນ.
ແຫຼ່ງຂ່າວວາລະສານກອມມູນິດຫວຽດນາມ 10-6-2022, ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກໍານົດຄວາມສຸກເປັນເປົ້າໝາຍແຫ່ງການສູ້ຊົນອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ, ຖືເອົາຄວາມສຸກຄວາມສໍາລານຂອງປະຊາຊົນເປັນເປົ້າໝາຍແຫ່ງການສູ້ຊົນ, ປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ແລະ ລັດ ແລະ ລະບອບສັງຄົມນິຍົມ, ອີງໃສ່ບົດຄວາມໃນວາລະສານດັ່ງກ່າວ ແມ່ນມີເນື້ອໃນການບຸກທະລຸຍຸດທະສາດການພັດທະນາຂອງປະເທດຄື ມຸ່ງສູ່ເປົ້າໝາຍແຫ່ງຄວາມສຸກ, ພັດທະນາມະນຸດຢ່າງຮອບດ້ານ, ສ້າງວັດທະນະທໍາຫວຽດນາມກ້າວໜ້າ ແລະ ເຕັມໄປດ້ວຍເອກະລັກຂອງຊາດ.
ສັງລວມວ່າ: ຄວາມສຸກຂອງຄົນເຮົາ ຈະມຸ່ງພຽງອວດໂຊວັດຖຸລາຄາແພງ ຫຼືວ່າເຮົາຈະເນັ້ນເອກະລັກວັດທະນະທໍາທີ່ເປັນຈິດວິນຍານຄວາມເປັນຊາດ, ຮີດຄອງປະເພນີມາກ່ອນວັດທະນະທໍາສາກົນມາທີ່ຫຼັງ, ຄິດວ່າຖ້າເຮົາຂາດຄວາມເອົາໃຈໃສ່ ກໍຈະເຮັດໃຫ້ຮີດຄອງເສົ້າໝອງ!