ປັບປຸງວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບົບ ຕາມທິດກະທັດຮັດ

ມ.ຖ. 19, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 19 ມີນານີ້, ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ປອ. ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັງປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງຍັງພົບຂໍ້ຫຍຸ້ງຍາກຕ່າງໆ ເຊັ່ນ: ບາງພາກສ່ວນຍັງມີຄວາມເຂົ້າໃຈຄາດເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນ ແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດເນື້ອໃນມາດຕາຕ່າງໆຂອງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ພາໃຫ້ການປະຕິບັດວຽກງານຍັງບໍ່ທັນເປັນເອກະພາບສູງ ແລະ ຖືກຕ້ອງຕາມຈຸດປະສົງຂອງນິຕິກຳ; ການເຜີຍແຜ່ເຊື່ອມຊຶມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ບາງຄັ້ງຍັງມີຄວາມຊັກຊ້າ ແລະ ບໍ່ທົ່ວເຖິງ; ເນື້ອໃນນິຕິກໍາໃຕ້ກົດໝາຍບາງສະບັບ ຍັງບໍ່ແທດເໝາະ ແລະ ບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ, ຈຳເປັນຕ້ອງໄດ້ຄົ້ນຄວ້າປັບປຸງຄືນ ເຮັດໃຫ້ແກ່ຍາວເວລາໃນການນໍາໄປປະຕິບັດ ແລະ ຜັນຂະຫຍາຍ.
ອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ທີ່ມີຫຼັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ການຜັນຂະຫຍາຍມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ, ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກໍາອື່ນໆ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ຂອງ ສປປລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນໃນຂອບເຂດທົ່ວປະເທດ ເຫັນວ່າມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອໃຫ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນ, ອາຍຸກະ ສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ ແລະ ຂັ້ນຕາແສງ ແລະ ອື່ນໆ.
ທ່ານ ປອ. ວິໄລວົງ ບຸດດາຄຳ ໃຫ້ຮູ້ວ່າ: ເມື່ອຮ່າງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນນິຕິກຳທີ່ເປັນເຄື່ອງມືອັນສຳຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງພະນັກງານ-ລັດຖະກອນ ນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; ເປັນບ່ອນອີງໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າອອກນິຕິກຳໃຕ້ກົດໝາຍ ເພື່ອຄຸ້ມຄອງພະນັກງານ-ລັດຖະກອນ ສອດຄ່ອງກັບສະພາບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ຈຸດພິເສດແຕ່ລະຂະແໜງການ; ອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່ສອດຄ່ອງກັບແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະກິດ-ສັງຄົມ, ທ່າອຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ; ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຈະໄດ້ຮັບການປັບປຸງເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ທີ່ກຳນົດໃນມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025.