(ສພຊ) – ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ທີ່ສະເໜີໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໄດ້ມີບາງຄຳເຫັນດັ່ງນີ້:
1. ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສໍາປະທານກັບລັດຖະບານ, ໂຄງການທີ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສໍາປະທານ ແລະ ເນື້ອໃນສັນຍາສໍາປະທານໂຄງການ ຕ້ອງກຳນົດໃຫ້ລະອຽດຈະແຈ້ງເຖິງການແບ່ງຄວາມຮັບຜິດຊອບຂອງສູນກາງ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງຂະແໜງການອື່ນທີ່ກ່ຽວຂ້ອງ; ປະເມີນຜົນການປະຕິບັດສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍໂຄງການ ທີ່ພົວພັນກັບການຊົດເຊີຍທົດແທນຄ່າເສຍຫາຍ, ການຟື້ນຟູປ່າ, ການປູກໄມ້ທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ປະຕິບັດມາດຕະການເດັດຂາດຕໍ່ໂຄງການລົງທຶນທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາໂຄງການ, ໂຄງການທີ່ດໍາເນີນງານບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
2. ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນການມອບເງິນພັນທະຕ່າງໆ ຂອງຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສໍາປະທານ, ເອກະສານຊ້ອນທ້າຍຂອງໂຄງການ; ຫຼຸດຜ່ອນການສະເໜີຂໍຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງເນື້ອໃນບາງມາດຕາຂອງກົດໝາຍ ທີ່ພົວພັບກັບການປະຕິບັດພັນທະດ້ານພາສີ, ອາກອນ; ເພື່ອເພີ່ມລາຍຮັບເຂົ້າງົບປະມານຂອງລັດ: ຄົ້ນຄວ້າປັບປຸງ ແລະ ກຳນົດອັດຕາອາກອນກຳໄລຈາກໂຄງການໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານໄຟຟ້າອື່ນ ໃຫ້ແທດເໝາະກັບໄລຍະເວລາການດໍາເນີນງານຂອງໂຄງການ (ຜ່ານມາແມ່ນ 7% ຕາມກົດໝາຍອາກອນລາຍໄດ້ທີ່ນໍາໃຊ້ໃນປັດຈຸບັນ).
3. ການພັດທະນາພະລັງງານໄຟຟ້າ ຕ້ອງເລັ່ງໃສ່ຮັບປະກັນການສະໜອງໄຟຟ້າໃຫ້ສອດຄ່ອງກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຮັບປະກັນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ; ການວາງແຜນການພັດທະນາພະລັງງານໄຟຟ້າ ຕ້ອງໃຫ້ສົມຄູ່, ສອດຄ່ອງ ແລະ ໄປຄຽງຄູ່ກັບການພັດທະນາຂະແໜງການອື່ນທີ່ກ່ຽວຂ້ອງ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມແຕ່ຫົວທີ ເພື່ອຮັບປະກັນຜົນປະໂຫຍດລວມຮ່ວມກັນ ແລະ ແນໃສ່ຫຼຸດຜ່ອນການນໍາເຂົ້າໄຟຟ້າຈາກຕ່າງປະເທດ.
4. ການເກັບກຳຂໍ້ມູນ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຕ້ອງລະອຽດຊັດເຈນ, ປະຊາຊົນທີ່ຖືກຜົນກະທົບຕ້ອງມີສ່ວນຮ່ວມ ແລະ ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ຕໍ່ເນື່ອງ; ທົບທວນຄືນບັນດາໂຄງການໄຟຟ້າທີ່ຢູ່ໃນແຜນພັດທະນາ ຫຼື ກຳລັງດໍາເນີນການສຶກສາ ໃຫ້ເໝາະສົມ, ຮັບປະກັນບໍ່ໃຫ້ມີການທັບຊ້ອນກັບໂຄງການພັດທະນາອື່ນ.
5. ປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ປັບປຸງຂອດປະສານງານໃຫ້ມີຄວາມກົມກຽວ ທັງຄົ້ນຄວ້າ ແລະ ກຳນົດເອົາພະລັງງານທົດແທນອື່ນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ ເຂົ້າໃນກົດໝາຍວ່າດ້ວຍໄຟຟ້າ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ.
6. ລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດ ເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສໍາເລັດ.
7. ປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ ມີຄວາມພ້ອມໃນການສະໜອງໄຟຟ້າໃຫ້ພຽງພໍຕໍ່ຄວາມຕ້ອງການທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍການພິຈາລະນາພັດທະນາໄຟຟ້າພະລັງງານຄວາມຮ້ອນ ຫຼື ພະລັງງານໄຟຟ້າອື່ນ ເພື່ອຮັບປະກັນການພັດທະນາລະບົບພະລັງງານໄຟຟ້າໃຫ້ມີຄວາມສະຖຽນ, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາທີ່ເໝາະສົມ, ເປັນທຳ.
8. ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງງານໄຟຟ້ານໍ້າຕົກ ຈະຄວນສຸມໃສ່ທິດທາງໃດເປັນຕົ້ນຕໍ ເພື່ອໃຫ້ມີການປະສານສົມທົບກັນຢ່າງກົມກຽວລະຫວ່າງເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ; ຢຸດຕິການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າຂະໜາດນ້ອຍ, ຫຼຸດຜ່ອນການພັດທະນາພະລັງງານໄຟຟ້າຈາກເຂື່ອນໄຟຟ້ານໍ້າຕົກ ແລະ ຫັນໄປສູ່ພະລັງງານໄຟຟ້າ, ພະລັງງານທົດແທນໃນຮູບແບບອື່ນ; ຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າ ຕ້ອງໃຫ້ສອດຄ່ອງກັບສະພາບການດໍາລົງຊີວິດຂອງປະຊາຊົນ ແລະ ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ.
9. ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຄື: ກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ຄຸ້ມຄອງມະຫາພາກ, ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ໃຫ້ຄະນະພັກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນຂັ້ນແຂວງ ແລະ ພະແນກການທີ່ກ່ຽວຂ້ອງ.
10. ສ້າງ ແລະ ຍົກລະດັບບຸກຄະລາກອນໃນຂະແໜງການໄຟຟ້າ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຊຳນານງານ ເພື່ອກະກຽມຄວາມພ້ອມໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພະລັງງານໄຟຟ້ານໍ້າຕົກ ທີ່ຈະສົ່ງມອບຄືນໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສໍາປະທານໂຄງການ.