ປະທານ ກສຕສ ​ເຄື່ອນ​ໄຫວຕິດຕາມກວດກາຢູ່ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ

ຕ.ລ. 7, 2025

(ສພຊ) – ວັນທີ 1-8 ຕຸລານີ້, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂົງເຂດກະສິກໍາ ແລະ ສິ່ງແວດລ້ອມ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມກຸ່ມສະຫະກອນການຜະລິດ; ການຈັດແບ່ງເຂດການຜະລິດ, ເຂດປູກ, ເຂດລ້ຽງ; ການຂຶ້ນທະບຽນອອກໃບຕາດິນ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57/ຄປຈ, ລົງ​ວັນ​ທີ 31 ພຶດສະພາ 2024 ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ວຽກງານການຄຸ້ມຄອງ, ຈັດສັນເນື້ອທີ່ດິນແຕ່ລະປະເພດຂອງບັນດາຂະແໜງການໃນການນໍາໃຊ້ດິນໃຫ້ຖືກເປົ້າໝາຍ; ການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ.
ການເຄື່ອນໄຫວຄັ້ງນີ້ ໄດ້ສົມທົບກັບຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຈັັດກອງປະຊຸມເຮັດວຽກຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກໍາ ແລະ ການຄ້າ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງເມືອງ, ສະມາຊິກສະຫະກອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໂດຍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂົງເຂດກະສິກໍາ ແລະ ສິ່ງແວດລ້ອມ ບົນພື້ນຖານການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ຈາກນັ້ນ, ໄດ້ລົງຢ້ຽມຊົມການຈັດສັນເຂດປູກເຂດລ້ຽງ, ໂຄງການພັດທະນາກະສິກໍາຕົວແບບ, ລະບົບຫົວງານຊົນລະປະທານ, ຢ້ຽມຢາມສະຫະກອນ ແລະ ກຸ່ມການຜະລິດ ຢູ່ເມືອງໄຊທານີ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ລົງຕິດຕາມກວດກາບັນດາໂຄງການຂຸດຄົ້ນແຮ່ທາດ, ໂຄງການພັດທະນາກະສິກໍາ, ການສໍາຫຼວດການຂຶ້ນທະບຽນອອກໃບຕາດິນ ຢູ່ບັນດາເມືອງເປົ້າໝາຍ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການເຂື່ອນໄຟຟ້າປາກລາຍ ເມືອງປາກລາຍ ແຂວງໄຊຍະບູລີ.
ໂອກາດນີ້, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ມີຄໍາເຫັນຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການຜະລິດ, ການປູກພືດກະສິກໍາ, ລ້ຽງສັດ ເພື່ອຮັບປະກັນການຜະລິດສະບຽງອາຫານໃຫ້ພຽງພໍ, ສາມາດຜະລິດເພື່ອສົ່ງອອກເປັນສິນຄ້າ; ສົ່ງເສີມການມີສ່ວນຮ່ວມລະຫວ່າງພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີການຮ່ວມມື, ຊ່ວຍເຫຼືອ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ; ຊຸກຍູ້, ສົ່ງເສີມໃຫ້ເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ສາມາດນໍາໃຊ້ແຫຼ່ງທຶນດັ່ງກ່າວເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ໃຫ້ມີຜົນສໍາເລັດເປັນຢ່າງດີ; ສືບ​ຕໍ່ເອົາ​ໃຈ​ໃສ່ສຳ​ຫຼວດ, ວັດ​ແທກ, ຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ ແລະ ການຈັດສັນທີ່ດິນ ໃຫ້​​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້ ​ພ້ອມທັງສືບຕໍ່ຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 57/ຄປຈ ແລະ ກົດໝາຍວ່າດ້ວຍທີ່ດິນ ເຂົ້າສູ່ຊິວິດຕົວຈິງຂອງສັງຄົມ ໃຫ້ທົ່ວເຖິງ ແລະ ມີຜົນສັກສິດ.