(ສພຊ) ຕອນບ່າຍວັນທີ 15 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ປະທານອົງການກວດສອບແຫ່ງລັດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃນໄລຍະຜ່ານມາ ປາກົດເຫັນວ່າການກໍານົດເນື້ອໃນບາງມາດຕາ ຍັງບໍ່ຄົບຖ້ວນ, ບໍ່ຮັດກຸມ, ບໍ່ຈະແຈ້ງ ເຮັດໃຫ້ການຕີຄວາມໝາຍຕໍ່ບາງເນື້ອໃນ ບໍ່ເປັນເອກະພາບກັນ ຫຼື ບໍ່ໄປໃນທິດທາງດຽວກັນ, ການກໍານົດສາຍພົວພັນ, ພາລະບົດບາດ ລະຫວ່າງອົງການກວດສອບແຫ່ງລັດ ແລະ ບາງອົງການອໍານາດລັດ ທີ່ເຄື່ອນໄຫວໃນວຽກງານທີ່ກ່ຽວພັນກັນ ໂດຍສະເພາະໃນວຽກງານແກ້ໄຂຜົນການກວດສອບຍັງບໍ່ຈະແຈ້ງ ເຮັດໃຫ້ການນໍາໄປຈັດຕັ້ງຜັນຂະຫຍາຍພົບຂໍ້ຫຍຸ້ງຍາກ ຫຼື ບໍ່ໄດ້ດີເທົ່າທີ່ຄວນ ເຊັ່ນ:
1) ມາດຕາ 5 ກ່ຽວກັບຫຼັກການການເຄື່ອນໄຫວວຽກງານກວດສອບແຫ່ງລັດ ຍັງບໍ່ຄົບຖ້ວນ;
2) ມາດຕາ 6 ກ່ຽວກັບມາດຕະຖານ ການກວດສອບແຫ່ງລັດ ກຳນົດບໍ່ຈະແຈ້ງ, ບໍ່ຮັດກຸມ ເຮັດໃຫ້ການຜັນຂະຫຍາຍ ເປັນນິຕິກໍາໃຕ້ກົດໝາຍ ມີຂໍ້ຈຳກັດ;
3) ມາດຕາ 10 ກ່ຽວກັບ ຂັ້ນຕອນການເຄື່ອນໄຫວວຽກງານກວດສອບແຫ່ງລັດ ບໍ່ໄດ້ກຳນົດກ່ຽວກັບຂັ້ນຕອນການສ້າງ ແລະ ການດັດແກ້ແຜນການກວດສອບ, ໃນກໍລະນີ ມີເຫດການບໍ່ຄາດຄິດບັງເອີນເກີດຂຶ້ນກະທົບໃສ່ແຜນການເຄື່ອນໄຫວ ເຮັດໃຫ້ບໍ່ສາມາດບັນລຸຕາມຈຳນວນເປົ້າໝາຍ ທີ່ໄດ້ກໍານົດໄວ້ເບື້ອງຕົ້ນ;
4) ມາດຕາ 16 ກ່ຽວກັບການສ້າງບົດບັນທຶກຜົນການກວດສອບ ເຫັນວ່າຍັງມີຄວາມຊັກຊ້າ, ແກ່ຍາວເວລາ, ຄຸນນະພາບຜົນການກວດສອບ ຍັງບໍ່ທັນຮັບປະກັນເທົ່າທີ່ຄວນ;
5) ມາດຕາ 17 ແລະ ມາດຕາ 32 ຂໍ້ 17 ກ່ຽວກັບການສ້າງ ແລະ ສົ່ງບົດສະຫຼຸບຜົນການກວດສອບ ຍັງບໍ່ກຳນົດຢ່າງຈະແຈ້ງ ກ່ຽວກັບປະເພດບົດສະຫຼຸບຜົນການກວດສອບ ເຮັດໃຫ້ການສ້າງ ແລະ ສົ່ງ ລວມທັງການຮັບຮອງເອົາບົດສະຫຼຸບຜົນການກວດສອບໃນແຕ່ລະໄລຍະ ບໍ່ເປັນເອກະພາບກັນ;
6) ມາດຕາ 19 ກ່ຽວກັບການແກ້ໄຂຜົນການກວດສອບ ໂດຍສະເພາະແມ່ນ ຂໍ້ທີ 2 ແລະ ຂໍ້ທີ 3 ຍັງກຳນົດເນື້ອໃນບໍ່ຈະແຈ້ງ ເຮັດໃຫ້ມີຄວາມເຂົ້າໃຈຄາດເຄື່ອນໃນການຈັດຕັ້ງປະຕິບັດ, ສ່ວນໃຫຍ່ເຂົ້າໃຈວ່າ ແມ່ນອົງການກວດສອບແຫ່ງລັດ ເປັນຜູ້ແກ້ໄຂຜົນການກວດສອບ ຫຼື ດໍາເນີນການຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອແກ້ໄຂຕາມກົດໝາຍ;
7) ມາດຕາ 26 ກ່ຽວກັບເປົ້າໝາຍຖືກກວດສອບ ຍັງມີບາງເນື້ອໃນບໍ່ທັນຄົບຖ້ວນ, ບໍ່ຈະແຈ້ງ ເຮັດໃຫ້ບາງເປົ້າໝາຍຖືກກວດສອບ ບໍ່ຢາກໃຫ້ອົງການກວດສອບແຫ່ງລັດ ດຳເນີນການກວດສອບ, ເຮັດໃຫ້ການສ້າງແຜນການກວດສອບຈຳນວນໜຶ່ງ ບໍ່ຖືກຈຸດສຸມ;
8. ມາດຕາ 27 ກ່ຽວກັບກຳນົດເວລາກວດສອບ ກຳນົດບໍ່ຈະແຈ້ງ, ເຖິງວ່າເປົ້າໝາຍທີ່ຈະດໍາເນີນການກວດສອບ ມີທັງບ່ອນສະດວກ ແລະ ຫຍຸ້ງຍາກ ກໍກໍານົດເວລາກວດສອບແບບຕາຍຕົວ ຫຼື ແບບດຽວກັນ ໃນລະຫວ່າງ 15 ຫາ 30 ວັນ ຕໍ່ໜຶ່ງເປົ້າໝາຍ ເຊິ່ງບາງຄັ້ງກໍບໍ່ພຽງພໍ;
9) ມາດຕາ 51 ກ່ຽວກັບຜູ້ຮ່ວມງານກວດສອບ ຍັງບໍ່ທັນກວມເອົາ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈາກພາຍໃນ ແລະ ຕ່າງປະເທດ, ຜ່ານມາກຳນົດໃຫ້ຮ່ວມງານໄດ້ກັບແຕ່ ວິສາຫະກິດກວດສອບ ເຊິ່ງດໍາເນີນການກວດສອບແຕ່ເອກະສານລາຍງານການເງິນ ຫຼື ກວດສອບບັນຊີ, ບໍ່ລົງເລິກກວດສອບການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ, ບໍ່ລົງເລິກ ໃນການກວດສອບດ້ານຄຸນນະພາບ ເຮັດໃຫ້ການນໍາໃຊ້ຜູ້ຮ່ວມງານ ຈາກຂະແໜງວິຊາຊີບຕ່າງໆ ໃນການດໍາເນີນການກວດສອບຜົນການຈັດຕັ້ງຕິບັດ ພົບຄວາມຫຍຸ້ງຍາກ;
10) ງົບປະມານຮັບໃຊ້ ໃນການເຄື່ອນໄຫວກວດສອບ ມີຈຳກັດເກີນຄວນ ເຮັດໃຫ້ຂາດເຂີນທຶນຮອນວັດຖຸອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນການເຄື່ອນໄຫວວຽກງານກວດສອບແຫ່ງລັດ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.