(ສພຊ) – ວັນອາທິດທີ 22 ກຸມພານີ້, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍບັນດາອະດີດການນຳອາວຸໂສ, ຄະນະພັກ-ຄະນະບ້ານ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເຂດເທດສະບານເມືອງແປກ ໄດ້ເຂົ້າຮ່ວມພິທີ ແລະ ໃຊ້ສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 9 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ທີ່ສະໂມສອນເມືອງແປກ ເຊິ່ງເປັນຈຸດປ່ອນບັດໃຫຍ່ຂອງແຂວງຊຽງຂວາງ; ສຳລັບເຂດເລືອກຕັ້ງທີ 9 ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ແລະ ສສຂ 49 ທ່ານ ຍິງ 13 ທ່ານ, ເລືອກເອົາ 35 ທ່ານ, ມີຜູ້ມີສິດປ່ອນບັດ 174,419 ຄົນ, ມີ 432 ໜ່ວຍປ່ອນບັດ ແລະ ໜ່ວຍເຄື່ອນທີ່ອີກຈຳນວນໜຶ່ງ
(ນາງ ອາລິນ ສຸພິມມະປະດິດ)

