ປະທານສະມາຄົມມິດຕະພາບ ລາວ-ກູບາ ຢ້ຽມ​ຂ່ຳ​ນັບ ກຳມະການກົມການເມືອງສູນກາງພັກກອມມູນິດກູບາ

ທ.ວ. 3, 2025

(ສພຊ) – ວັນທີ 3 ທັນວານີ້ ທີ່ໂຮງແຮມຮໍລິເດອິນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກູບາ ນຳໂດຍສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ຢ້ຽມຂໍ່ານັບສະຫາຍ ປອ. ນາງ ມາຣຕາ ອາຢາລາ ອາວິລາ (Marta Ayala Avila) ກຳມະການກົມການເມືອງສູນກາງພັກກອມມູນິດກູບາ, ຜູ້ອຳນວຍການໃຫຍ່ສູນວິສະວະກຳພັນທຸກຳ ແລະ ເຕັກໂນໂລຊີຊີວະພາບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ເຊິ່ງເປັນການປະກອບສ່ວນອັນສຳຄັນທີ່ສຸດໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ຕີລາຄາສູງຕໍ່ການນໍາພາຂອງພັກກອມມູນິດກູບາ ໃນການນໍາພາປະຊາຊົນ ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດກູບາ ແລະ ນໍາພາສ້າງສາພັດທະນາປະເທດຢ່າງຕໍ່ເນື່ອງ; ພ້ອມນັ້ນ, ຍັງສະແດງຄວາມຍິນດີ ແລະ ພາກພູມໃຈ ທີ່ສາຍພົວພັນຮ່ວມມື ລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ໄດ້ລາຍການການພົວພັນຮ່ວມມືລະຫວ່າງສະມາຄົມມິດ​ຕະ​ພາບ ລາວ-ກູບາ ແລະ ກູບາ-ລາວ ແລະ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ລາວ-ກູບາ ໂດຍຫຍໍ້ ເຊິ່ງສອງສະມາຄົມມິດຕະພາບ ມີກົນໄກປະສານງານ, ພົບປະແລກປ່ຽນ, ໄປມາຫາສູ່, ມີການປະສານສົມທົບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ; ໄດ້ຮ່ວມເຄື່ອນໄຫວ ແລະ ສ້າງກິດຈະກໍາຮ່ວມກັບສະຖານທູດກູບາ ປະຈຳ ສປປລາວ ໂດຍສະເພາະຈັດປາຖະກະຖາເລົ່າມູນເຊື້ອໃນໂອກາດວັນສຳຄັນຂອງກູບາ.
ສຳລັບການພົວພັນຮ່ວມມືລະຫວ່າງສະແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນກູບາ ໄດ້ມີການພົວພັນກັນຢ່າງປົກກະຕິຕໍ່ເນື່ອງ; ພິເສດ, ທ້າຍປີ 2024 ສະຫາຍ ເອັດສະເຕບານ ຣາໂຊ ເຮີນານເດັສ ກຳມະການກົມການເມືອງສູນການພັກກອມມູນິດກູບາ, ປະທານສະພາແຫ່ງຊາດອຳນາດປະຊາຊົນກູບາ ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢ່າງເປັນທາງການ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ສ.ກູບາ ຢູ່ ສປປລາວ, ພ້ອມທັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນກູບາ ສະບັບໃໝ່ຮ່ວມກັນ. ນອກນັ້ນ, ສອງຝາຍຍັງໄດ້ມີການແລກປ່ຽນການຢ້ຽມຢາມຂອງຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຢ່າງປົກກະຕິ, ພ້ອມທັງແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນແລະກັນ ໃນໂອກາດວັນສຳຄັນຂອງຊາດ ແລະ ສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.