ປະທານສະພາແຫ່ງຊາດ ເຂົ້າຢ້ຽມຂໍ່ານັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ

ມ.ນ. 18, 2026

(ສພຊ) – ວັນທີ 17 ມີນາຜ່ານມາ ທີ່ໂຮງແຮມຄຣາວພລາຊາ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່ານັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ສປປລາວ ລະຫວ່າງວັນທີ 16-18 ມີນາ 2026.
ໂອກາດດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນໂອກາດທີ່ມາຢ້ຽມຢາມລັດຖະກິດຢູ່ ສປປລາວ ຄັ້ງນີ້ ພ້ອມທັງແຈ້ງໃຫ້ຊາບວ່າ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຄອງຄອຍໂອກາດອັນເປັນມົງຄຸນ ໃນການຕ້ອນຮັບການສະເດັດມາຢ້ຽມຢາມ ສປປລາວ ຂອງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ຄັ້ງນີ້.
ໂອກາດອັນເປັນສິລິມົງຄຸນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປລາວ ແລະ ລາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງປະມຸກລັດທັງສອງປະເທດ ກໍຄືການນຳລະດັບຕ່າງໆ.
ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຜ່ານໂຄງການພະລາຊະດໍາລິຕ່າງໆ ທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາ ສປປລາວ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ; ທ່ານ ປອ. ໄຊສົມພອນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການກະກຽມດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມີຂຶ້ນໃນອາທິດໜ້ານີ້.
ໃນຂະນະດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ສະເດັດມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດ ຈົ່ງຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ໄທ-ລາວ.