(ສພຊ) ໃນວັນທີ 29 ສິງຫາ 2023 ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວມອບເຄື່ອງກອງນໍ້າສະອາດ ທີ່ໄດ້ຕິດຕັ້ງສໍາເລັດແລ້ວ ໃຫ້ແກ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເຄື່ອງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ທີ່ປຶກສາ ດາຊານ ສ. ເກົາຫຼີ.
![](https://na.gov.la/wp-content/uploads/2023/08/369692875_791963966266424_470385054691221025_n.jpeg)
ໂອກາດດັ່ງກ່າວ ທ່ານ ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໃນນາມຄະນະຈັດຕັ້ງພິທີ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງທ້າຍເດືອນກັນຍາ 2022 ຕາງໜ້າຈາກ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການການຕ່າງປະເທດ, ອົງການປົກຄອງເມືອງ 3 ເມືອງ ແລະ ອົງການປົກຄອງບ້ານທັງ 3 ບ້ານຄື: ບ້ານນາຫອຍປັງ ເມືອງສັງທອງ, ບ້ານສົມສະໄໝ ເມືອງໄຊທານີ ແລະ ບ້ານຊຽງແລນາ ເມືອງປາກງື່ມ ຮ່ວມກັບຄະນະຊ່ຽວຊານຂອງບໍລິສັດ ທີ່ປຶກສາດາຊານ ສ. ເກົາຫຼີ ໄດ້ລົງສໍາຫຼວດກວດກາ ແລະ ເປັນເອກະພາບກັນ ກໍານົດຈຸດທີ່ຈະຕັ້ງເຄື່ອງກອງນໍ້າສະອາດ; ບໍລິສັດ ທີ່ປຶກສາ ດາຊານ ສ. ເກົາຫຼີ ໄດ້ເອົານໍ້າແຕ່ລະຈຸດທີ່ຈະຕິດຕັ້ງໄປວິໄຈ ເພື່ອກໍານົດມາດຕະຖານເຄື່ອງກອງນໍ້າໃຫ້ຖືກຕາມເປົ້າໝາຍ ຕາມສະພາບຕົວຈິງຂອງແຕ່ລະເຂດ. ປະຕິບັດຕາມແຜນການເຄື່ອນໄຫວທີ່ໄດ້ກໍານົດ ຕາງໜ້າກໍາມາທິການເສດຖະກິດ, ເຕັກໂລໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ປະສານສົມທົບກັບອົງການປົກຄອງເມືອງທັງ 3 ເມືອງ ແລະ ອົງການປົກຄອງບ້ານທັງ 3 ບ້ານ ຮ່ວມກັບຄະນະວິຊາການບໍລິສັດທີ່ປຶກສາ ດາຊານ ສ. ເກົາຫຼີ ໄດ້ຕິດຕັ້ງເຄື່ອງກອງນໍ້າທັງ 3 ເຄື່ອງ ໃນ 3 ບ້ານສຳເລັດໃນລະຫວ່າງວັນທີ 7-9 ມິຖຸນາ 2023, ໃນວັນທີ 13-14 ມິຖຸນາ 2023 ໄດ້ລົງຕິດຕາມກວດກາ ແລະ ໃຫ້ການແນະນໍາກ່ຽວກັບການຄຸ້ມຄອງນໍາໃຊ້; ໃນຕອນແລງຂອງວັນທີ 14 ມິຖຸນາ 2023 ໄດ້ຈັດພິທີ ມອບ-ຮັບ ເຄື່ອງກອງນໍ້າ ລະຫວ່າງ ບໍລິສັດທີ່ປຶກສາ ດາຊານ ສ. ເກົາຫຼີ ແລະ ສະພາແຫ່ງຊາດ ຢ່າງເປັນທາງການ ໂດຍການເຂົ້າຮ່ວມພິທີດັ່ງກ່າວ ຕາງໜ້າຈາກ ບັນດາກໍາມາທິການພາຍໃນສະພາແຫ່ງຊາດ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປລາວ, ກົມຊົນລະປະທານ, ກົມກ່ຽວຂ້ອງ ພາຍໃນສະພາແຫ່ງຊາດ, ອົງການປົກຄອງເມືອງທັງ 3 ເມືອງ ແລະ ອົງການປົກຄອງບ້ານທັງ 3 ບ້ານ.
![](https://na.gov.la/wp-content/uploads/2023/08/369708763_791964059599748_4547896275804784839_n.jpeg)
ຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມກຸ່ມຜະລິດກະສິກຳອິນຊີ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບກຸ່ມຜະລິດກະສິກຳອິນຊີ ຈາກພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ຕາງໜ້າກຸ່ມຜະລິດກະສິກຳທ່າຊ້າງ. ຈາກນັ້ນ, ຄະນະ ຍັງໄດ້ຢ້ຽມຊົມເຂດທຳການຜະລິດຕື່ມອີກ.
![](https://na.gov.la/wp-content/uploads/2023/08/369649258_791964046266416_7257592180063939588_n.jpeg)
ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມວ່າ: ໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ປົກປັກຮັກສາເພື່ອນຳໃຊ້ເຄື່ອງກອງນ້ຳດັ່ງກ່າວ ໃຫ້ເກີດປະໂຫຍດ ແລະ ນຳໃຊ້ໃຫ້ໄດ້ຍາວນານ, ເອົາໃຈໃສ່ຮັກສາສຸຂະນາໄມດື່ມນ້ຳສະອາດ, ຮັກແພງສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຮັກສາຄວາມສະຫງົບພາຍໃນບ້ານ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າສຶກສາຮ່ຳຮຽນຢ່າງເປັນປົກກະຕິ. ສຳລັບກຸ່ມຜະລິດກະສິກຳອິນຊີ ບ້ານທ່າຊ້າງແມ່ນໃຫ້ສືບຕໍ່ເອົາໃຈໃສ່ທຳການຜະລິດໃຫ້ໄດ້ຫຼາຍ ເຊິ່ງຈະເປັນການສ້າງເສດຖະກິດໃຫ້ແກ່ຊຸມຊົນ ກໍຄືພໍ່ແມ່ປະຊາຊົນໃຫ້ກຸ້ມຢູ່ກຸ້ມກິນ ສາມາດຜະລິດເປັນສິນຄ້າສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນ ຫຼຸດຜ່ອນການໄປອອກແຮງງານຢູ່ຕ່າງປະເທດ.