ປະທານສະພາແຫ່ງຊາດ ພົບປະປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ

ທ.ວ. 3, 2025

(ສພຊ) – ວັນທີ 2 ທັນວາຜ່ານມາ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ຫວັງ ຮູ ໜິງ ກຳມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເນື່ອງໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປຈີນ ມາເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມພິທີດັ່ງກ່າວຂອງສະຫາຍ ຫວັງ ຮູ ໜິງ ພ້ອມດ້ວຍຄະນະ ເຊິ່ງເປັນການໃຫ້ຄວາມສໍາຄັນ, ກໍາລັງໃຈອັນແຮງກ້າ ແລະ ສະໜັບສະໜູນ ສປປລາວ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ, ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ ກໍຄືການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງໆຂຶ້ນ. ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຈີນ ອັນມີສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ ໂດຍສະເພາະແມ່ນຜົນສໍາເລັດໃນພາລະກິດສ້າງສາພັດທະນາສັງຄົມນິຍົມຕາມສີສັນພິເສດຂອງຈີນ; ບັນດາຂໍ້ລິເລີ່ມຕ່າງໆຂອງ ສປຈີນ ເປັນຕົ້ນແມ່ນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຂໍ້ລິເລີ່ມວ່າດ້ວຍ “ຄວາມໝັ້ນຄົງໃນທົ່ວໂລກ” ເຊິ່ງໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກນາໆປະເທດໃນທົ່ວໂລກ ເຮັດໃຫ້ ສປຈີນ ມີບົດບາດ ແລະ ອິດທິພົນສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ປອ. ໄຊສົມພອນ ພົມວິຫານ ຍັງໄດ້ແຈ້ງໃຫ້ຝ່າຍຈີນຊາບສະພາບພົ້ນເດັ່ນຂອງ ສປປລາວ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຈ້ງໃຫ້ຊາບກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕົ້ນປີໜ້ານີ້.
ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີມາໂດຍຕະຫຼອດ ທັງທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ ແລະ ວັດທະນະທໍາ; ພິເສດ, ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເປີດນໍາໃຊ້ມາເປັນເວລາ 4 ປີ ລ້ວນໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ, ໄດ້ປ່ຽນປະເທດລາວຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງທີ່ແທ້ຈິງ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືອັນເປັນມູນເຊື້ອໃນຂົງເຂດຕ່າງໆ ລະຫວ່າງ ສປປລາວ ແລະ ສປຈີນ ໃນຕໍ່ໜ້າ ໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຍິ່ງໆຂຶ້ນ.
ສະຫາຍ ຫວັງ ຮູ ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ປະຊາຊົນລາວຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ແລະ ອວຍພອນໃຫ້ສະພາແຫ່ງຊາດ ປະສົບຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ນີ້.