![](https://na.gov.la/wp-content/uploads/2022/09/308677262_527710722691751_7298510674539448761_n.jpeg)
![](https://na.gov.la/wp-content/uploads/2022/09/308633722_527710769358413_182953771576947101_n.jpeg)
ໂອກາດດັ່ງກ່າວ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງຈິງໃຈຕໍ່ຄະນະປະທານຄະນະມິດຕະພາບລັດຖະສະພາໄທ-ລາວ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລາວ ຂອງຄະນະໃນເທື່ອນີ້ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງປະເທດ ລາວ-ໄທ, ໄທ-ລາວ ໃຫ້ຈະເລີນງອກງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ແລະ ການພັດທະນາແບບຍືນຍົງ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວເຖິງທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາດຊະດອນໄທ ແລະ ທ່ານ ພອນເພັດ ພິຊິດຊົນໄຊ ປະທານວຸດທິສະພາໄທ ແລະ ບັນດາທ່ານການນຳຂອງລັດຖະສະພາໄທ; ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ປະທານຄະນະມິດຕະພາບລັດຖະສະພາ ລາວ-ໄທ, ໄທ-ລາວ ຂອງສອງອົງການນິຕິບັນຍັດ; ແຈ້ງໃຫ້ຮູ້ແຜນການຈະເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ທີ່ລັດຖະສະພາໄທເປັນເຈົ້າພາບ ແລະ ສືບຕໍ່ຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ແລະ ຍົກໃຫ້ເຫັນກ່ຽວກັບ 5 ເສດຖະກິດ ປາຍແຫຼມ ຂອງ ສປປລາວ ເປັນຕົ້ນແມ່ນ: ອຸດສາຫະກຳປຸງແຕ່ງ; ອຸດສາຫະກຳການທ່ອງທ່ຽວ ເຊີງອະນຸລັກ, ປະຫວັດສາດ, ວັດທະນະທຳ; ສົ່ງເສີມເຂດໂລຈິດສະຕິກ; ການພັດທະນາການສຶກສາ, ສາທາລະນະສຸກ, ຫຼັກສູດການສອນ ແລະ ການສ້າງໂຮງຮຽນໂຕແບບ ແລະ ສົ່ງເສີມເສດຖະກິດດີຈີຕອນ ພ້ອມທັງສະເໜີີໃຫ້ສອງຄະນະມິດຕະພາບລັດຖະສະພາໄທ-ລາວ, ລາວ-ໄທ ສືບຕໍ່ຊຸກແລກປ່ຽນການຢ້ຽມຢາມ, ການໄປມາຫາສູ່ກັນ, ການສ້າງກິດຈະກໍາທາງດ້ານວັດທະນະທໍາ, ກິລາ, ການທ່ອງທ່ຽວ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສະເໜີໃຫ້ຄະນະມິດຕະພາບລັດຖະສະພາ ສືບຕໍ່ເປັນຂົວຕໍ່ມິດຕະພາບ ທີ່ດີໃຫ້ແກ່ປະຊາຊົນສອງຊາດ.
![](https://na.gov.la/wp-content/uploads/2022/09/308008534_527710859358404_8206932997164217949_n.jpeg)
![](https://na.gov.la/wp-content/uploads/2022/09/308396790_527710822691741_7643885989758500234_n.jpeg)
ນອກຈາກນີ້ ຄະນະຜູ້ແທນລັດຖະສະພາໄທ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
![](https://na.gov.la/wp-content/uploads/2022/09/308782455_527710736025083_147358776467884178_n.jpeg)
ໃນມື້ຕໍ່ມາ ຂອງວັນທີ 21 ກັນຍາ 2022 ຄະນະຜູ້ແທນລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ເດີນທາງຢ້ຽມຢາມໂຄງການສູນພັດທະນາ ແລະ ບໍລິການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຢູ່ບ້ານນາຍາງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ດວງຕາວັນ ສີສົມບັດ ຫົວໜ້າສູນພັດທະນາ ແລະ ບໍລິການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ແລະ ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບການສ້າງຕັ້ງສູນພັດທະນາ ແລະ ການບໍລິການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ດັ່ງກ່າວ ພ້ອມສະເໜີໃຫ້ພະນັກງານວິຊາການຂອງສູນໄດ້ມີການໄປຍົກລະດັບການສຶກສາ ໃນລະດັບປະລິນຍາຕີ, ປະລິນຍາໂທ, ການເຝິກອົບຮົມ ແລະ ຊ່ວຍເຫຼືອທາງດ້ານອຸປະກອນຕ່າງໆ ເພື່ອໃຫ້ທາງສູນມີການພັດທະນາໃຫ້ດີຂຶ້ນ. ຫຼັງຈາກນັ້ນ ທ່ານ ດວງຕະວັນ ສີສົມບັດ ຍັງໄດ້ນຳພາຄະນະຜູ້ແທນລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມໂຮງເພາະປູກພຶດ ແລະ ການປະສົມພັນປາ ຂອງໂຄງການ.
![](https://na.gov.la/wp-content/uploads/2022/09/308617740_527710809358409_39126775005744485_n.jpeg)
ນອກຈາກນີ້ ຄະນະຜູ້ແທນລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ກໍໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນວັດທະນະທຳຊົນເຜົ່າເດັກກຳພ້າ ຫຼັກ 67 ເມືອງໂພນໂຮງ ແລະ ໂຮງຮຽນ ມສ ຊົນເຜົ່າ ເມືອງວັງວຽງ, ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວັງວຽງ ແຂວງວຽງຈັນ. ໃນໂອກາດຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ຍັງໄດ້ມອບອຸປະກອນການກິລາຈຳນວນໜຶ່ງ ແລະ ໄດ້ສືບຕໍ່ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໃນຫົວຂໍ້ການຮ່ວມມືດ້ານການສຶກສາ ແລະ ກິລາ.
![](https://na.gov.la/wp-content/uploads/2022/09/308633674_527710886025068_1651129788387866112_n.jpeg)
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)