ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ພົບປະຢ້ຽມຢາມຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ເມືອງນາແລ

ກ.ຍ. 11, 2025

ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ວັນທີ 11 ກັນຍາ 2025 ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ພົບປະຢ້ຽມຢາມຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ສະໂມສອນເມືອງນາແລ, ມີເລຂາພັກເມືອງ, ກໍາມະການພັກເມືອງ ອໍານາດການປົກຄອງບ້ານ, ພະນັກງານຫລັງແຫລ່ງ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

​      ໂອກາດນີ້ ໄດ້ຮັບຟັງສະພາບຫຍໍ້ການຈັດຕັ້ງປະຕິບັດວຽກງານພາຍໃນເມືອງ, ບ້ານ ໃນໄລຍະຜ່ານມາ  ພ້ອມທັງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຂ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາ ຮັບຮອງເອົາວຽກງານອົງການປົກຄອງແຂວງ 6 ເດືອນຕົ້ນປີ 2025 ; ຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງ ວຽກງານສະພາປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງ ສພຂ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບ ແລະ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ; ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນສະເໜີບັນຫາທີ່ພົບຄວາມຫຍຸ້ງຍາກພາຍໃນເມືອງ, ບ້ານ ເປັນຕົ້ນບັນຫາພື້ນຖານໂຄງລ່າງ ແລະ ອຶ່ນໆ ເພື່ອນຳສະເໜີຫາພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂ.

ຕອນທ້າຍຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງທ່ານ ຄຳຟອງ ອິນມະນີ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານພາຍໃນບ້ານ, ເມືອງ ຍັງໃຫ້ຮູ້ເຖິງກົງຈັກບຸກຄະລາກອນຂອງແຂວງ, ເມືອງ ພ້ອມທັງ ຮຽກຮ້ອງໃຫ້ການນໍາຂອງເມືອງ, ພະນັກງານຫລັກແຫລ່ງທຸກຂົງເຂດຈົ່ງພ້ອມກັນສືບຕໍ່ພັດທະນາເມືອງ, ກໍຄືແຂວງໃຫ້ມີຜົນສໍາເລັດ ແລະ ມີຄວາມຈະເລີນສີວິໄລເປັນກ້າວໆ.

ໂດຍ ນາງ ວັນນີ ແຝງບົວວັນ