ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ.

ພ.ພ. 7, 2025 | ເຂດ 12 ຄຳມ່ວນ

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 20 ພະຈິກ 2023 ມາດຕາ 13 (ປັບປຸງ) ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາມ 74 (ປັບປຸງ) ການຕິດຕາມກວດການິຕິກໍາ, ອີງຕາມແຜນການເຄື່ອນໄຫວ ຕິດຕາມກວດກາ ການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະບັບເລກທີ 31/ຄສຜງ, ລົງວັນທີ 23 ເມສາ 2025.
  ວັນທີ 7 ພຶດສະພາ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເຮັດວຽກຂອງ ທ່ານ ເນດ ຈັນທະລາດ ຮອງເລຂາພັກເມືອງນາກາຍ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.
  ກອງປະຊຸມທ່ານ ວຽງວິໄລ ຄູນຄຳມ່ວນ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງນາກາຍ ໄດ້ລາຍງານການຈັດຕັ້ງປະຕິບັດ ຜົນການປະເມີນ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ພາຍຫລັງໄດ້ຮັບຟັງການລາຍງານແລ້ວ ທ່ານປະທານກອງປະຊຸມ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີບາງຄໍາຖາມເຈາະຈີ້ມຕໍ່ຫ້ອງການດັ່ງກ່າວທີ່ເຂົ້າຮ່ວມຢ່າງກົງໄປ-ກົງມາເພື່ອເປັນຂໍ້ມູນອັນຄົບຖ້ວນຮອບດ້ານດ້ວຍພາວະວິໃສ.
   ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ສ້າງແຜນ ແລະປະສານສົມທົບເປັນຂົວຕໍ່ໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ໃນການເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ວຽກງານໃນຂົງເຂດເສດຖະກິດຄັ້ງນີ້; ສະແດງຄວາມຂອບໃຈ, ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຮອບດ້ານ ເຊິ່ງຈະເປັນຂໍ້ມູນພື້ນຖານອັນສຳຄັນ, ເປັນບ່ອນອີງທີ່ຈະສັງລວມລາຍງານຕໍ່ຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວໃນຕໍ່ໜ້າ. ພ້ອມນັ້ນ, ກໍຮຽກຮ້ອງໃຫ້ທຸກພາກສ່ວນ, ເອົາໃຈ ໃສ່ສຶກສາອົບຮົມ ແລະ ເຜີຍແຜ່ໃຫ້ຖັນແຖວພະນັກງານ ແລະ ປະຊາຊົນໃຫ້ເຊື່ອມຊືມເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດານິຕິກຳຕ່າງໆໃຫ້ເລິກເຊິ່ງ ແລະ ຕາມເສັ້ນທາງການສັນຈອນໄປມາໃນທົ່ວເມືອງໃຫ້ສະອາດງາມຕາເພາະວ່າເມືອງນາການມີທ່າແຮງທາງດ້ານການທ່ອງທ່ຽວຫຼາຍບ່ອນທີ່ສວຍສົດງົດງາມ ເພື່ອເປັນການຊຸກຍູ້ສົ່ງເສີມສ້າງເສດຖະກິດຂອງເມືອງ, ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານ ປກຊ – ປກສ ໃນທົ່ວເມືອງໃຫ້ຮັບ ປະກັນຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມສະຫງົບປອດໄພ. ໂອກາດດຽວກັນ ທ່ານ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜູ້ໃຫ້ທຶນ ໃນການເຄື່ອນໄຫວເທື່ອນີ້ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ: ໂຄງການຂອງມູນນິທິເວສມິນສະເຕີ (WFD Laos); ນອກນັ້ນ, ຄະນະຍັງໄດ້ລົງເຄື່ອນໄຫວສອບຖາມ, ສຳພາດປະຊາຊົນ ແລະລົງກວດກາເບິ່ງຢູ່ພາກສະໝາມບ່ອນເກັບມ້ຽນສິ່ງເສດເຫຼືອອີກດ້ວຍ.
-ການເຄື່ອນໄຫວວຽກງານຄັ້ງນີ້, ຄະນະຈະໄດ້ສືບຕໍ່ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານທີ່ ເມືອງມະຫາໄຊ ແລະ ເມືອງໄຊບົວທອງ, ຈິ່ງຈະສຳເລັດ.
ໂດຍ: ເອື້ອ ມະໂນສິງ