(ສພຂ) – ວັນທີ 3 ກັນຍາຜ່ານມາ ທີ່ສະພາປະຊາຊົນແຂວງ (ສພຂ) ບໍ່ແກ້ວ ໄດ້ເປີດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາແພງ ວິລະພັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກໍາມາທິການກົດໝາຍ ແລະ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5, ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ດຣ. ຄໍາຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດຍຸຕິທໍາ, ບັນດາທ່ານກໍາມະການໃນ ຄປຈ ແລະ ຄະນະເລຂາທິການ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ-ປກສ ແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະທີ່ມາຈາກ ສພຊ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນ ສພຂ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດກົດໝາຍຢູ່ແຂວງບໍ່ແກ້ວ ຈາກທ່ານ ສາຍຄໍາ ຄໍາປະເສີດ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ, ການລາຍງານຈາກຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ຕາມການເຈາະຈີ້ມ ເປັນຕົ້ນ: ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສ້າງນິຕິກໍາ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ; ທ່ານ ດຣ. ຄໍາພະຫຍາ ພົມປັນຍາ ຍັງໄດ້ມີຄໍາເຫັນເພີ່ມຕື່ມຕໍ່ກັບການຈັດຕັ້ງປະຕິບັດ 4 ກົດໝາຍດັ່ງກ່າວ. ຈາກນັ້ນ, ທ່ານ ຄໍາແພງ ວິລະພັນ ໄດ້ມີຄໍາເຫັນແນະນໍາໃນການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ການສ້າງນິຕິກໍາຕ່າງໆ ໃຫ້ຮັດກຸມ ແລະ ແທດເໝາະກັບວຽກງານຕົວຈິງຢູ່ທ້ອງຖິ່ນ.
ທີມງານຈາກ ສພຊ ແລະ ສພຂ ໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກຮ່ວມກັບ ປກສ ເຂດເສດຖະກິດສາມຫຼ່ຽມຄໍາ ທີ່ດ່ານພາສີສາກົນສາມຫຼຽມຄໍາ ເມືອງຕົ້ນເຜີ້ງ ເຊິ່ງໄດ້ຮັບຟັງການລາຍງານຈາກຫົວໜ້າ ປກສ ເຂດດັ່ງກ່າວ ກ່ຽວກັບສະພາບການຈັດຕັ້ງປະຕິບັດກົດໝາຍພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ສະພາບບັນຫາທີ່ເກີດຂຶ້ນຢູ່ພາຍໃນເຂດ ເປັນຕົ້ນ: ສິ່ງເສບຕິດ, ການແກ້ໄຂການສໍ້ໂກງ ຫຼື ກຸ່ມແກ້ງຄອນເຊັນເຕີ, ແຮງງານຕ່າງຊາດທີ່ມາອອກແຮງງານແບບຜິດກົດໝາຍ, ບາງບໍລິສັດທີ່ຄ້າງຈ່າຍເງິນເດືອນໃຫ້ພະນັກງານ; ນອກນັ້ນ, ຍັງໄດ້ຮັບຟັງການລາຍງານກ່ຽວກັບບັນຫາການຄຸ້ມຄອງຜູ້ຖືກຫາ ແລະ ນັກໂທດ ທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການສະໜອງສະບຽງອາຫານບໍ່ພຽງພໍ ແລະ ບໍ່ທັນໄດ້ຮັບອັດຕາຂອງນັກໂທດ. ຈາກນັ້ນ, ຄະນະໄດ້ລົງໄປຢ້ຽມຢາມຄ້າຍຄຸມຂັງ-ດັດສ້າງໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງປັດຈຸບັນມີຜູ້ຖືກຫາ ແລະ ນັກໂທດ ຈໍານວນ 243 ຄົນ, ຍິງ 8 ຄົນ ໃນນັ້ນ, ມີທັງນັກໂທດສັນຊາດລາວ ແລະ ສັນຊາດອື່ນ.
(ດວງຈັນ ທ່ຽງທໍາ)